ທ່ານສີຈິ້ນຜິງຕອບຈົດໝາຍຄອບຄົວຜູ້ລອດຊີວິດຈາກກຳປັ່ລິສບອນ ມາຣູຫຼົ້ມ

2022-08-27 17:20:09 cri

ເມື່ອມໍ່ໆມານີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຄອບຄົວ ຜູ້ລອດຊີວິດຈາກເຫດການກຳປັ່ນລິສບອນ ມາຣູຫຼົ້.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ:ປີນີ້ແມ່ນຈີນແລະອັງກິດສ້າງສາຍພົວພັນທາງການທູດຂັ້ນເອກອັກຄະລັດຖະທູດຄົບຮອບ 50 ປີ. ໃນເຄິ່ງ ສະຕະວັດມານີ້,ໂດຍໄດ້ຮັບຜົນປະໂຫຍດຈາກການອຸດທິຢ່າງຂະຫຍັນຂັນແຂງ ຂອງບຸກຄົນຜູ້ມີມິດຕະພາບທີ່ນັບບໍ່ຖ້ວນຂອງສອງປະເທດ,ສາຍພົວພັນລະຫວ່າງຈີນ-ອັງກິດຈິ່ງສາມາດກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.ຫວັງວ່າຄອບຄົວຜູ້ລອດຊີວິດຈາກກຳປັ່ນລິສບອນ ມາຣູຫຼົ້ມຈະສືບຕໍ່ສຸມກຳລັງເຂົ້າໃນມິດຕະພາບ ຈີນ-ອັງກິດ,ຄອງຄອຍເພື່ອນມິດອັງກິດຫຼາຍກວ່າເກົ່າຈະປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນລະຫວ່າງຈີນ-ອັງກິດ.

ເດືອນຕຸລາປີ 1942, ກອງທະຫານຍີ່ປຸ່ນໄດ້ເກນໃຊ້ກຳປັ່ນໂດຍສານ ແລະຂົນສົ່ງສິນຄ້າ ຊື່ ລິສບອນ ມາຣູ(Lisbon Maru) ເພື່ອຄຸມສົ່ງສະເລີຍເສິກທະຫານອັງກິດ 1.800 ກວ່າຄົນຈາກຮົງກົງກັບຄືນຍີ່ປຸ່ນ, ເມື່ອເດີນເຮືອຜ່ານເຂດທະເລທີ່ໃກ້ກັບເມືອງໂຈ່ວຊ່ານແຂວງເຈີ້ຈ່ຽງຂອງຈີນ, ເມື່ອກຳປັ່ນເດີນທາງໄປຮອດເຂດທະເລໂຈ່ວຊ່ານຂອງຈີນຈຶ່ງຖືກກອງທະຫານອາເມຣິກາຍິງໃສ່,ເຮັດໃຫ້ສະເລີຍເສິກອັງກິດມີ 843 ຄົນເສຍຊີວິດ,ມີ384 ຄົນຖືກຊາວປະມົງທ້ອງຖິ່ນກອບກູ້ຊີວິດເອົາໄວ້,ນາຍແລະພົນທະຫານອັງກິນ ພ້ອມດ້ວຍລັດຖະບານອັງກິດມີຄວາມຊາບຊື້ງໃຈຕໍ່ກັບເລື່ອງນີ້.ຫວ່າງມໍ່ໆມານີ້,ລູກສາວຂອງຜູ້ລອດຊີວິດຄົນສຸດທ້າຍຈາກເຫດການກຳປັ່ນລິສບອນ ມາຣູຫຼົ້ມໄດ້ ສົ່ງຈົດໝາຍມາຍັງທ່ານປະທານສີຈິ້ນຜິງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການ ກອບກູ້ຊ່ວຍເຫຼືອຂອງຈີນ,ເດັດດ່ຽວສະໜັບສະໜູນປະຊາຊົນສອງຊາດອັງກິດ-ຈີນມີມິດຕະພາບຕໍ່ກັນທຸກເຊັ່ນຄົນ.