ໄຂກອງປະຊຸມໃຫຍ່ລົດພະລັງງານໃໝ່ໂລກປີ 2022 ຢູ່ນະຄອນຫຼວງປັກກິ່ງ

2022-08-28 15:42:13 cri

      ກອງປະຊຸມໃຫຍ່ລົດພະລັງງານໃໝ່ໂລກປີ 2022 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 27 ສິງຫານີ້ ໂດຍພາຍໃຕ້ຫົວຂໍ້ “ການຫັນມານຳໃຊ້ໄຟຟ້າຢ່າງຮອບດ້ານແລະການຮ່ວມມືສາກົນພາຍໃຕ້ວິໄສທັດທີ່ປອດການປ່ອຍກາກບອນດີອອກຊິດ”,ໄດ້ເຊື້ອເຊີນຜູ້ຕາງໜ້າວົງການການເມືອງ,ອຸດສາຫະກຳ,ວິຊການແລະວົງການຄົ້ນຄວ້າຂອງໂລກຮ່ວມກັນປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືແລະການແລກປ່ຽນກ່ຽວກັບການພັດທະນາແບບສີຂຽວແລະກາກບອນຕ່ຳຂອງໂລກຕື່ມອີກ,ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງທົ່ວຕ່ອງໂສ້ການຜະລິດ,ເລັ່ງລັດການກຳຈັດອຸປະສັກທີ່ກີດຂວາງລົດພະລັງງານໃໝ່ເຂົ້າສູ່ຕະຫຼາດຢ່າງຮອບດ້ານ. ຜູ້ຕາງໜ້າ 1.500 ກວ່າທ່ານທີ່ມາຈາກ 14 ປະເທດແລະເຂດແຄວ້ນຈະດຳເນີນການແລກປ່ຽນແລະຄົ້ນຄວ້າສຳມະນາກັນຜ່ານທາງອອນລາຍແລະອັອຟລາຍ.

      ນັກຂ່າວໄດ້ຊາບຈາກກອງປະຊຸມດັ່ງກ່າວວ່າ: ນັບມາຮອດທ້າຍປີ 2021, ປະລິມານການຈຳໜ່າຍລົດພະລັງງານໃໝ່ຂອງໂລກໄດ້ບັນລຸຫຼາຍກວ່າ 16 ລ້ານຄັນ, ຈີນກວມຫຼາຍກວ່າ 50%. ແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ປະລິມານການຈຳໜ່າຍລົດພະລັງງານໃໝ່ຂອງໂລກໄດ້ມີຫຼາຍກວ່າ 4,22 ລ້ານຄັນ, ເພີ່ມຂຶ້ນ 66,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ປະລິມານການຈຳໜ່າຍລົດພະລັງງານໃໝ່ຂອງຈີນໄດ້ມີເຖິງ 2,6 ລ້ານຄັນ,ເພີ່ມຂຶ້ນ 115% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.