ສະມາຊິກສະພາສູງອາເມຣິກາກ່າວວ່າ: ທະນາຄານກາງອາເມຣິກາອາດຈະເຮັດໃຫ້ເສດຖະກິດອາເມຣິກາຕົກຢູ່ໃນສະພາບຊຸດໂຊມລົງ

2022-08-29 15:01:55 cri

ວັນທີ 28 ສິງຫານີ້, ທ່ານນາງອີລີຊາເບສ ວາເຣນ ສະມາຊິກສະພາສູງຂອງພັກເດໂມແຄຼັດຂອງອາເມຣິກາກ່າວວ່າ: ທ່ານມີຄວາມເປັນຫ່ວງທີ່ສຸດວ່າ ທະນາຄານກາງອາເມຣິກາຈະເຮັດໃຫ້ເສດຖະກິດອາເມຣິກາຕົກຢູ່ໃນສະພາບຊຸດໂຊມລົງ, ສ່ວນນະໂຍບາຍເພີ່ມອັດຕາດອກເບ້ຍຂອງທະນາຄານກາງອາເມຣິກາ ຈະເຮັດໃຫ້ປະຊາຊົນວ່າງງານ.

ກ່ອນໜ້ານີ້ບໍ່ດົນ, ທ່ານເຈໂຣມ ໂປເວວ ຜູ້ວ່າການທະນາຄານກາງອາເມຣິກາໄດ້ກ່າວເຕືອນວ່າ: ຄຽງຄູ່ກັບທະນາຄານກາງອາເມຣິກາເພີ່ມອັດຕາດອກເບ້ຍ ເພື່ອຮັບມືກັບອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນແລ້ວ, ຊາວອາເມຣິກາອາດຈະເຂົ້າສູ່ໄລຍະລຳບາກຍ້ອນການຂະຫຍາຍຕົວຂອງເສດຖະກິດຊ້າລົງ. ຕໍ່ກັບເລື່ອງນີ້, ທ່ານນາງ ອີລີຊາເບສ ວາເຣນ ກ່າວວ່າ: ຄຳທີ່ວ່າ “ລຳບາກ” ທີ່ທ່ານໂປເວວກ່າວເຖິງນັ້ນ ໝາຍເຖິງຄົນທັງຫຼາຍຈະປະເຊີນໜ້າກັບໄພວ່າງງານ, ວິສາຫະກິດຂະໜາດນ້ອຍຈະປະເຊີນໜ້າກັບການລົ້ມລະລາຍ. ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນຢູ່ອາເມຣິກາ ແມ່ນຍ້ອນບັນຫາຕ່ອງໂສ້ການສະໜອງ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ສ່ວນທ່ານເຈໂຣມ ໂປເວວ ບໍ່ມີວິທີແກ້ໄຂບັນຫາພື້ນຖານດັ່ງກ່າວ.