ຂະບວນລົດໄຟລາວ-ຈີນທີ່ເດີນທາງອອກຈາກແຂວງຝູຈ້ຽນຈີນໄດ້ເລີ່ມອອກເດີນທາງແລ້ວ

2022-09-02 10:50:54 CRI



ຕອນເຊົ້າວັນທີ 31 ສິງຫາຜ່ານມາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ແລ່ນຕາມທາງລົດໄຟລາວ-ຈີນ “ມິນຕູ” ຖ້ຽວທຳອິດຂອງແຂວງຝູຈ້ຽນຈີນໄດ້ເລີ່ມອອກເດີນທາງຈາກນະຄອນຝູໂຈ່ວ. ຕາມຂ່າວແຈ້ງວ່າ, ຂະບວນລົດໄຟດັ່ງກ່າວຈະແລ່ນຕາມທາງລົດໄຟລາວ-ຈີນ, ຜ່ານນະຄອນຄຸນມິງ ແລະ ດ່ານບໍ່ຫານ-ບໍ່ເຕ່ນແລ້ວເດີນທາງໄປເຖິງນະຄອນຫຼວງວຽງຈັນປະເທດລາວ, ເຂົ້າສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້, ມີໄລຍະທາງຍາວທັງໝົດ 3.510 ກິໂລແມັດ ແລະ ໃຊ້ເວລາປະມານ 5 ຫາ 7 ວັນ.

ການເປີດຂະບວນລົດໄຟດັ່ງກ່າວຈະຊຸກຍູ້ໃຫ້ເສດຖະກິດພາກຕາເວັນອອກສຽງໃຕ້ຂອງຈີນແລະອາຊຽນບັນລຸການເຊື່ອມໂຍງເຊື່ອມຈອດກັນໄດ້ດີກວ່າເກົ່າ ແລະ ພັດທະນາແບບຊ່ວຍຊູຍູ້ໜູນກັນ.