ການຍິງສົ່ງຈະຫຼວດຂຶ້ນດວງຈັນລຸ້ນໃໝ່ຂອງອາເມຣິກາອາດຈະເລື່ອນເວລາອອກໄປຮອດກາງເດືອນຕຸລາ

2022-09-04 15:48:45 cri


ວັນທີ 3 ກັນຍານີ້, ຍ້ອນປະກົດມີບັນຫາຮາຍໂດຼເຈນທາດແຫຼວຮົ່ວ, ທ່ານ ບິວ ເນວຊັນ ຫົວໜ້າອົງການການບິນອະວະກາດແຫ່ງຊາດອາເມຣິກາ ຫຼື NASA ກ່າວວ່າ, ທີມງານຄຸ້ມຄອງການປະຕິບັດໜ້າທີ່ວັດແທກເຕັກນິກການບິນອ້ອມດວງຈັນແບບບໍ່ມີຄົນຂັບຂອງຈະຫຼວດ “ອາວເທີມິສ 1” ຈະຈັດກອງປະຊຸມໃນຕອນບ່າຍມື້ດຽວກັນ ເພື່ອຫາລືແຜນການຕໍ່ໄປ, ພ້ອມທັງຫາລືກ່ຽວກັບວ່າ ຈະສາມາດຍິງສົ່ງຈະຫຼວດອີກໃນວັນທີ 5 ຫຼືວັນທີ 6 ກັນຍານີ້ໄດ້ຫຼືບໍ່, ຫຼືວ່າຂົນສົ່ງຈະຫຼວດກັບຄືນໂຮງຕິດຕັ້ງ.


ທ່ານເນວຊັນກ່າວວ່າ, ຖ້າວ່າຈະຫຼວດ“ອາວເທີມິສ 1”ຖືກສົ່ງຄືນໂຮງຕິດຕັ້ງ, ຈະບໍ່ມີໂອກາດຍິງສົ່ງຈະຫຼວດດັ່ງກ່າວອີກແລ້ວກ່ອນເດືອນຕຸລາ, ເພາະຖານຍິງສົ່ງຍັງມີໜ້າທີ່ຍິງສົ່ງອື່ນໆ, ເວລາຍິງສົ່ງຈະຫຼວດ“ອາວເທີມິສ  1”ຫຼັງຈາກການສ້ອມແປງອາດຈະຖືກເລື່ອນອອກໄປຮອດກາງເດືອນຕຸລາ.