ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວເນັ້ນໜັກວ່າ: ຕ້ອງເພີ່ມທະວີວຽກງານປະຢັດຊັບພະຍາກອນຢ່າງຮອບດ້ານ

2022-09-07 16:42:28 cri

ຕອນບ່າຍວັນທີ 6 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ຫົວໜ້າຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານຂັ້ນສູນກາງຈີນ ໄດ້ເປັນປະທານຈັດກອງປະຊຸມຄັ້ງທີ 27 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານຂັ້ນ

ສູນກາງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງເສີມຂະຫຍາຍທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມຂອງປະເທດຈີນທີ່ສາມາດໂຮມສູນກຳລັງແຮງສຳເລັດໜ້າທີ່ວຽກງານອັນສຳຄັນ, ເພີ່ມທະວີການນຳພາຂອງພັກແລະລັດຕໍ່ການປະດິດສ້າງວິທະຍາສາດເຕັກນິກທີ່ສຳຄັນ, ເສີມຂະຫຍາຍບົດບາດທີ່ເປັນກົນໄກຂອງຕະຫຼາດຢ່າງເຕັມສ່ວນ, ໂດຍປິ່ນອ້ອມຄວາມຕ້ອງການທາງຍຸດທະສາດຂອງຊາດ, ປັບປຸງການຈັດສັນຊັບພະຍາກອນດ້ານການປະດິດສ້າງໃຫ້ດີຂຶ້ນ, ເພີ່ມທະວີກຳລັງວິທະຍາສາດເຕັກນິກທາງຍຸດທະສາດແຫ່ງຊາດ, ຍົກຄວາມສາມາດດ້ານການບຸກທະລຸ ຂອດຫຍຸ້ງຍາກໃນການຄົ້ນຄວ້າເຕັກນິກວິທະຍາສາດຢ່າງເປັນລະບົບໃຫ້ສູງຂຶ້ນຢ່າງຫຼວງຫຼາຍ. ຕ້ອງຈັດຕັ້ງປະຕິບັດຕາມແນວຄວາມຄິດການພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງແລະຮອບດ້ານ, ຍຶດໝັ້ນເຊື່ອມໂຍງການປະຢັດຊັບພະຍາກອນເຂົ້າໃນທົ່ວຂະບວນການແລະທຸກຂົງເຂດຂອງການພັດທະນາເສດຖະກິດສັງຄົມ. ຕ້ອງລົງເລິກວຽກງານທົດລອງການໃຫ້ທີ່ດິນທີ່ໃຊ້ໃນການກໍ່ສ້າງເພື່ອເຮັດທຸລະກິດລວມໝູ່ຢູ່ຊົນນະບົດເຂົ້າສູ່ຕະຫຼາດ, ຕ້ອງສ້າງເງື່ອນໄຂທີ່ເຂັ້ມງວດ, ມີຂັ້ນຕອນຢ່າງເປັນລະບຽບແບບແຜນ, ຄົ້ນຄ້ວາແລະແກ້ໄຂບັນຫາຂັ້ນເລິກໃນການປະຕິຮູບ. ຕ້ອງສ້າງລະບົບສາທາລະນະສຸກຢູ່ຊົນນະບົດທີ່ສອດຄ່ອງກັບຈຸດພິເສດຂອງຊົນນະບົດແລະມີຄຸນນະພາບແລະປະສິດທິຜົນສູງໃຫ້ສົມບູນ ເພື່ອເຮັດໃຫ້ປະຊາຊົນຢູ່ຊົນນະບົດສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກທີ່ຍຸຕິທຳ, ເປັນລະບົບແລະຕໍ່ເນື່ອງກວ່າເກົ່າຢູ່ບ່ອນທີ່ໃກ້ກັບຕົນເອງ.