ຈີນກ່າວປະນາມຢ່າງຮຸນແຮງຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍທີ່ແນໃສ່ອົງການແລະເຈົ້າໜ້າທີ່ການທູດ

2022-09-07 13:04:52 cri


ຕໍ່ກັບການລາຍງານຂ່າວທີ່ກ່ຽວຂ້ອງທີ່ສະຖານທູດຣັດເຊຍປະຈຳອັຟການິສະຖານຖືກຫຼອນໂຈມຕີແບບກໍ່ການຮ້າຍໃນຫວ່າງມໍ່ໆມານີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 6 ກັນຍານີ້ວ່າ:ຈີນກ່າວປະນາມຢ່າງຮຸນແຮງຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍທີ່ແນໃສ່ອົງການແລະເຈົ້າໜ້າທີ່ການທູດ.



ມີລາຍງານຂ່າວໃຫ້ຮູ້ວ່າ:ກະຊວງການຕ່າງປະເທດຣັດເຊຍໄດ້ແຈ້ງຂ່າວໃນວັນທີ 5 ກັນຍານີ້ວ່າ:ຢູ່ມໍ່ໆສະຖານທູດຣັດເຊຍປະຈຳອັຟການິສະຖານໄດ້ເກີດການຫຼອນໂຈມຕີດ້ວຍລະເບີດ, ພາໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ລວມທັງ ພະນັກງານໃນສະຖານທູດຣັດເຊຍ 2 ຄົນ.ຕໍ່ກັບເລື່ອງນີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ:



“ພວກເຮົາສະແດງຄວາມໄວ້ອາໄລດ້ວຍຄວາມເສົ້າສະຫຼົດໃຈຕໍ່ພະນັກງານໃນສະຖານທູດຣັດເຊຍປະຈຳອັຟການິສະຖານແລະປະຊາຊົນອັຟການິສະຖານທີ່ປະສົບເຄາະຮ້າຍ,ສະແດງຄວາມເຫັນໃຈດ້ວຍຄວາມບໍລິສຸດໃຈຕໍ່ຄອບຄົວຂອງຜູ້ທີີ່ໄດ້ຮັບບາດເຈັບແລະປະຜູ້ປະສົບເຄາະຮ້າຍ.ຈີນຫວັງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງອັຟການິສະຖານນຳໃຊ້ມາດຕະການທີ່ບັງເກີດຜົນຕື່ມອີກ,ເພື່ອຮັບປະກັນຄວາມປອດໄພຂອງອົງການແລະເຈົ້າໜ້າທີ່ການທູດຂອງຕ່າງປະເທດທີ່ປະຈຳຢູ່ອັຟການິສະຖານ.ປະຊາຄົມໂລກກໍ່ຄວນຮ່ວມກັນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການຮັກສາສັນຕິພາບ ສະຖຽນລະພາບແລະຄວາມໝັ້ງຄົງຂອງອັຟການິສະຖານ.”