ຈີນກ່າວເນັ້ນໜັກວ່າ ການເຄື່ອນໄຫວຮັກສາສັນຕິພາບຂອງອົງການ ສປຊ ຄວນເພີ່ມທະວີການອອກແບບໃນລະດັບສູງສຸດ

2022-09-07 12:52:09 cri


   ວັນທີ 6 ກັນຍານີ້,ທ່ານເກິ່ງສວ່າງ ຮອງຜູ້ຕາງໜາຖາວອນຂອງຈີນປະຈຳ ອົງການສະຫະປະຊາຊາດໄດ້ປະກອບຄຳເຫັນໃນເວລາສະພາຄວາມໝັ້ນ ຄົງອົງການສະຫະປະຊາຊາດສຳຫຼວດພິຈາລະນາ ການເຄື່ອນໄຫວຮັກສາສັນຕິ ພາບຂອງອົງການສະຫະປະຊາຊາດໂດຍທ່ານໄດ້ກ່າວວ່າ:ການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນ.ປັດຈຸບັນ,ໂລກພວມກ້າວເຂົ້າສູ່ໄລຍະປັ່ນປ່ວນແລະປ່ຽນແປງ,ປັດໄຈທີ່ບໍ່ໝັ້ງທ່ຽງແລະບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ສັນຕິພາບແລະຄວາມໝັ້ນຄົງຂອງສາກົນແລະພາກພ້ືນນັບມື້ນັບຖືກທ້າທາຍຢ່າງຂ້ຽວຂາດ.ໂດຍຢືນຢູ່ພາຍໃຕ້ສະພາບການດັ່ງກ່າວ,ການເຄື່ອນໄຫວຮັກສາສັນຕິພາບມີບົດບາດສຳຄັນທີ່ພົ້ນເດັ່ນຂຶ້ນຫຼາຍກວ່າເກົ່າ. ການເຄື່ອນໄຫວຮັກສາສັນຕິພາບຕ້ອງສອດຄ່ອງກັບຄວາມຕ້ອງການດ້ານການຂະຫຍາຍຕົວຂອງສະພາບການ, ຮັບໃຊ້ປະເທດສະມາຊິກແລະປະຊາຄົມໂລກໃຫ້ດີກວ່າເກົ່າ.ຈີນຍິນດີກ່າວເນັ້ນໜັກ 4 ຂໍ້ ສຳຄັນດັ່ງຕໍ່ໄປນີ້:


ໜຶ່ງ.ເພີ່ມທະວີການອອກແບບໃນລະດັບສູງສຸດ,ຮັບໃຊ້ການຮັກສາສັນຕິພາບແລະຄວາມໝັ້ນຄົງທີ່ເປັນໜ້າທີ່ໃຈກາງນັ້ນຢ່າງສະເໝີຕົ້ນສະເໝີປາຍ.ສອງ.ລຶບລ້າງຂຸມຄວາມໄວ້ເນື້ອເຊື່ອໃຈກັນ,ສ້າງສາຍພົວພັນການຮ່ວມມືທີ່ດີກັບປະເທດທີ່ກ່ຽວຂ້ອງ.ສາມ.ເພີ່ມທະວີສາຍພົວພັນຄູ່ຮ່ວມ,ລະດົມຝ່າຍທີ່ກ່ຽວຂ້ອງຕ່າງໆດ້ານຜົນປະໂຫຍດຮ່ວມກັນຊຸກຍູ້ການເຄື່ອນໄຫວຮັກສາສັນຕິພາບ.ສີ່.ຮັບປະກັນຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບ,ພະຍາຍາມຫຼຸດຜ່ອນຄວາມສ່ຽງດ້ານຄວາມປອດໄພຂອງການເຄື່ອນໄຫວຮັກສາສັນຕິພາບ.