ເຂດປະສົບໄພແຜ່ນດິນໄຫວເມືອງລູຕິ້ງແຂວງເສສວນຈີນໄດ້ຕັ້ງບ່ອນຈັດສັນປະຊາຊົນ 124 ແຫ່ງ ແລະໄດ້ຈັດສັນປະຊາຊົນລວມສູນຫຼາຍກວ່າ 20.000 ຄົນ

2022-09-08 15:22:43 cri


ຕອນບາຍວັນທີ 7 ກັນຍານີ້, ກອງບັນຊາການຮ່ວມຢູ່ແນວໜ້າຕ້ານໄພແລະກູ້ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງລູຕິ້ງໃນວັນທີ 5 ກັນຍານີ້ ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ເມືອງສືມຽນນະຄອນຢາອ່ານແຂວງເສສວນ ໂດຍໄດ້ແຈ້ງໃຫ້ຮູ້ສະພາບການຈັດສັນແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ປັດຈຸບັນ, ຢູ່ເຂດປະສົບໄພໄດ້ຕັ້ງບ່ອນຈັດສັນປະຊາຊົນ 124 ແຫ່ງ ແລະໄດ້ຈັດສັນປະຊາຊົນລວມສູນຫຼາຍກວ່າ 20.000 ຄົນ. ໃນລະຫວ່າງວັນທີ 5 ຫາ 6 ກັນຍານີ້, ໄດ້ຂົນສົ່ງວັດຖຸສິ່ງຂອງທີ່ໃຊ້ໃນຊີວິດປະຈຳວັນ 79 ໂຕນໄປເຖິງເຂດປະສົບໄພ. ນະຄອນກ່ານຈື່ແລະນະຄອນຢາອ່ານມີເຄື່ອງໃຊ້ໃນຊີວິດປະຈຳວັນຢ່າງພຽງພໍ, ລາຄາສິນຄ້າໃນຕະຫຼາດໄດ້ຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ.