ຈີນສົ່ງເສີມໃຫ້ຣັດແຊຍແລະອູແກຣນຮັກສາການແລກປ່ຽນຄວາມເຫັນແລະການຮ່ວມມືກ່ຽວກັບບັນຫາມະນຸດສະທຳ

2022-09-08 15:24:35 cri


ວັນທີ 7 ກັນຍານີ້, ສະພາຄວາມໝັ້ນຄົງອົງການ ສປຊ ໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບສະຖານະການຢູ່ອູແກຣນສອງມື້ລຽນຕິດ ເຊິ່ງຫົວຂໍ້ຫຼັກຂອງກອງປະຊຸມຄັ້ງນີ້ແມ່ນ: ສະຖານະການມະນຸດສະທຳຂອງຊາວອູແກຣນ. ຈີນກ່າວວ່າ: ຈີນສົ່ງເສີມໃຫ້ຣັດເຊຍແລະອູແກຣນຮັກສາການແລກປ່ຽນຄວາມເຫັນແລະການຮ່ວມມືກ່ຽວກັບບັນຫາມະນຸດສະທຳ, ສະໜັບສະໜູນການຊ່ວຍເຫຼືອດ້ານມະນຸດສະທຳທີ່ມີຄວາມເປັນກາງ, ຍຸຕິທຳ ແລະບໍ່ເຫັນເປັນການເມືອງແກ່ອູແກຣນແລະປະເທດອ້ອມຂ້າງ.

ທ່ານເກີງສວງ ຮອງຜູ້ຕາງໜ້າຈີນຖາວອນປະຈຳອົງການ ສປຊ ກ່າວວ່າ: ວິກິດການອູແກຣນພັດທະນາມາຮອດປັດຈຸບັນນີ້, ສະຖານະການມະນຸດສະທຳໄດ້ຮ້າຍແຮງຂຶ້ນຕື່ມຢ່າງອີກຕໍ່ເນື່ອງ ເຮັດໃຫ້ປະຊາຊົນສາມັນມີຜົນເສຍຫາຍທີ່ໜັກໜ່ວງເພື່ອເລື່ອງນີ້. ປະຊາຄົມໂລກຕ້ອງເລັ່ງລັດການເຄື່ອນໄຫວ, ທຳຄວາມພະຍາຍາມໃຫ້ຫຼາຍກວ່າເກົ່າເພື່ອສັນຕິພາບ, ພະຍາຍາມຈົນສຸດຄວາມສາມາດເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການມະນຸດສະທຳຮ້າຍແຮງຂຶ້ນຕື່ມອີກ. ທ່ານຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງ ຄວນເຄົາລົບກົດໝາຍມະນຸດສະທຳສາກົນຢ່າງເຂັ້ມງວດ, ຮັບປະກັນສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຊາວອົບພະຍົບແລະຜູ້ບໍ່ມີບ່ອນຢູ່ອາໄສ ໂດຍສະເພາະແມ່ນແມ່ຍິງແລເດັກນ້ອຍ, ສະໜັບສະໜູນວຽກງານຂອງອົງການມະນຸດສະທຳສາກົນ, ສ້າງຄວາມສະດວກໃຫ້ແກ່ການຍົກຍ້າຍປະຊາຊົນ ແລະໃຫ້ການປະສານສົມທົບກັບການຊ່ວຍເຫຼືອດ້ານມະນຸດສະທຳ.