ທ່ານສີຈິ້ນຜິງ ກັບ ຄູອາຈານຂອງເພິ່ນ

2022-09-09 16:58:57 cri


“ຄູອາຈານຫຼາຍທ່ານເຄີຍໄດ້ສິດສອນຂ້າພະເຈົ້າ, ຈົນຮອດປະຈຸບັນຂ້າພະເຈົ້າຍັງຈື່ຈຳໃບໜ້າຂອງພວກເພິ່ນໄດ້ດີ, ພວກເພິ່ນໄດ້ສອນຄວາມຮູ້, ຫຼັກການແຫ່ງຄວາມເປັນຄົນ, ເຮັດໃຫ້ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.” ນີ້ແມ່ນຄຳເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນ.

ເນື່ອງໃນໂອກາດທີ່ວັນຄູຂອງຈີນ ຄືວັນທີ 10 ກັນຍາຂອງທຸກປີໃກ້ຈະໝູນວຽນມາເຖິງນີ້, ພວກເຮົາຈະເລົ່າເລື່ອງຂອງທ່ານສີຈິ້ນຜິງ ກັບ ຄູອາຈານຂອງເພິ່ນໃຫ້ຮູ້.

ໃນເດືອນກັນຍາປີ 1965, ທ່ານນາງເສີນຊິວຢິງ ຄູສອນພາສາຈີນຢູ່ມັດທະຍົມຕົ້ນໄດ້ຕ້ອນຮັບນັກຮຽນຊຸດໃໝ່ໃນນັ້ນກໍມີທ້າວສີຈິ້ນຜິງ ອາຍຸ 12 ປີ.

ປີ 1999, ທ່ານນາງເສີນຊິ່ວຢິງທີ່ອອກບຳນານແລ້ວໄດ້ລວບລວມນິທານເດັກທີ່ມີໜັງສືໜຶ່ງແສນກວ່າໂຕ. ທ່ານໄດ້ຝາກປື້ມໃໝ່ຂອງຕົນໃຫ້ແກ່ທ່ານສີຈິ້ນຜິງ. ຫຼັງຈາກນັ້ນບໍ່ດົນ, ທ່ານສີຈິ້ນຜິງທີ່ເປັນຮອງເລຂາຄະນະພັກທັງເປັນຮັກສາການເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ສົ່ງຈົດໝາຍເຖິງຄູຄືນໂດຍຂຽນວ່າ: “ການເຄົາລົບຄູອາຈານແມ່ນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ທ່ານເຄີຍເປັນຄູຂອງຂ້າພະເຈົ້າ, ປະຈຸບັນຍັງເປັນຄູຂອງຂ້າພະເຈົ້າຄືເກົ່າ, ໃນອະນາຄົດຍັງຄົງເປັນຄູຂອງຂ້າພະເຈົ້າເຊັ່ນກັນ.” ເຊິ່ງວັນທີ່ຝາກຈົດໝາຍດັ່ງກ່າວແມ່ນວັນທີ 19 ພະຈິກ ປີ 1999, ແຕ່ຈົນຮອດປະຈຸບັນ ທ່ານນາງເສີນຊິ່ວຢິງຍັງສາມາດຈື່ຈຳເນື້ອໃນຂອງຈົດໝາຍດັ່ງກ່າວໄດ້.

ທ່ານເສີນຈົງຮານ, ເຄີຍເປັນຮອງຄູປະຈຳຫ້ອງຂອງທ່ານສີຈິ້ນຜິງໃນອະດີດ. ທ່ານໄດ້ຕີລາຄາທ່ານສີຈິ້ນຜິງວ່າ: “ຫຼາຍປີຜ່ານມານີ້, ບໍ່ວ່າທ່ານຈະຢູ່ໃນຕຳແໜ່ງໃດກໍຕາມ, ທ່ານໄດ້ຈື່ຈຳ ແລະ ໃຫ້ຄວາມສຳຄັນຕໍ່ຄູອາຈານພວກເຮົາທີ່ເຄີຍສອນເພິ່ນຕະຫຼອດມາ. ທ່ານເປັນຄົນທີ່ຮູ້ຈັກຕອບແທນບຸນຄຸນ ແລະ ມີຈິດໃຈຮັກແພງກັບທຸກຄົນ.”

ທ່ານເສີນຈົງຮານຫວນຄືນວ່າ: “ເທື່ອທຳອິດທີ່ທ່ານສີຈິ້ນຜິງມາຢາມເຮືອນຂ້າພະເຈົ້າ, ແມ່ນໄລຍະທີ່ທ່ານລົງຮາກຖານຢູ່ບ້ານຫຼຽງເຈ່ຍເຫີ,ຕອນນັ້ນຂ້າພະເຈົ້າອາໄສຢູ່ໃນເຮືອນແຖວ, ພວກເຮົາລົມເລື່ອງອະດີດ, ເລື່ອງຂອງບ້ານຫຼຽງເຈ່ຍເຫີ, ທັງໄດ້ລົມເຖິງປື້ມຫຼາຍເລື່ອງ. ຕໍ່ມາຂ້າພະເຈົ້າເຄີຍໄປຢາມທ່ານຢູ່ນະຄອນຟູໂຈ່ວ. ທ່ານບໍ່ເຄີຍຖືໂຕຈັກເທື່ອ, ເອີ້ນຂ້າພະເຈົ້າຄູເສີນຕະຫຼອດ. ຕອນທີ່ຄູປະຈຳຫ້ອງຂອງທ່ານເຈັບເປັນພາຍຫຼັງອອກບຳນານ, ທ່ານສີຈິ້ນຜິງກໍເຄີຍໄປຢາມເພິ່ນ.”

ກ່ຽວກັບບົດບາດຂອງຄູອາຈານທີ່ມີຕໍ່ປະເທດ ແລະ ຊົນຊາດ, ທ່ານສີຈິ້ນຜິງເຄີຍກ່າວວ່າ: “ສໍຂາວ3ນິ້ວ, ໂຕະຄູ 3 ສອກໄດ້ພົວພັນເຖິງຊາຕາກຳຂອງປະເທດ; ຈິດໃຈທີ່ບໍລິສຸດ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດສ້າງຈິດວິນຍານຂອງຊົນຊາດ.” ຈາກໄວຮຽນຈົນຮອດການເປັນຜູ້ນຳສູງສຸດຂອງປະເທດຈີນ, ທ່ານສີຈິ້ນຜິງໄດ້ນຳໜ້າເປັນແບບຢ່າງໃນການເຄົາລົບຄູອາຈານ, ກາຍເປັນກຳລັງທີ່ອົບອຸ່ນໃນການຊຸກຍູ້ພາລະກິດການສຶກສາຂອງຈີນໃຫ້ບຸກບືນກ້າວໄປໜ້າ, ພ້ອມກັນນັ້ນກໍຍັງເປັນແຮງບັນດານໃຈໃຫ້ນັກຮຽນນັກສຶກສານັບເປັນຮ້ອຍລ້ານຄົນບຸກບືນສູ້ຊົນເພື່ອຕອບແທນບຸນຄຸນຂອງຊາດ.