ການພັດທະນາເຕັກນິກວິທະຍາສາດຄວນສ້າງຜົນປະໂຫຍດໃຫ້ແກ່ມ່ວນມະນຸດ, ຫາກບໍ່ຄວນສ້າງຄວາມກີດຂວາງໃຫ້ແກ່ການພັດທະນາຂອງປະເທດອື່ນ

2022-09-09 15:46:38 cri

ຫວ່າງມໍ່ໆມານີ້, ໂດຍຜ່ານການສຳຫຼວດຮ່ວມຢ່າງລະອຽດຂອງສູນຮັບມືສຸກເສີນແລະແກ້ໄຂໄວຣັດຄອມພິວເຕີແຫ່ງຊາດຈີນ ແລະ ບໍລິສັດ 360 ຂອງຈີນ, ຄວາມຈິງຂອງການໂຈມຕີທາງອິນເຕີເນັດຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຂອງຈີນໄດ້ຖືກເປີດເຜີຍແລ້ວໃນທີ່ສຸດ. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຫ້ອງການບຸກລຸກເປົ້າໝາຍສະເພາະຫຼື TAO ທີ່ຂຶ້ນກັບສຳນັກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາຫຼື NSA  ໄດ້ນຳໃຊ້ຍຸດໂທປະກອນສະເພາະກໍ່ການໂຈມຕີທາງອິນເຕີເນັດ 40 ກວ່າຊະນິດເພື່ອກໍ່ການໂຈມຕີ-ໂຈລະກຳຂໍ້ມູນຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນຢ່າງຕໍ່ເນື່ອງ, ແລະໄດ້ໂຈລະກຳຂໍ້ມູນເຕັກນິກສຳຄັນທີ່ເປັນໃຈກາງ.

ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນຕັ້ງຢູ່ນະຄອນຊີ່ອ່ານແຂວງສ້ານຊີ, ແມ່ນໜຶ່ງໃນ 7 ມະຫາວິທະຍາໄລສຳຄັນທີ່ກ່ຽວພັນກັບເຕັກນິກວິທະຍາສາດປ້ອງກັນປະເທດຂອງຈີນ, ແມ່ນມະຫາວິທະຍາໄລສຳຄັນທີ່ດຳເນີນການຄົ້ນຄວ້າໃນຂົງເຂດການບິນ, ການບິນອະວະກາດ, ການສຶກສາ ແລະການຄົ້ນຄວ້າວິທະຍາສາດວິສະວະກຳການເດີນເຮືອ, ໄດ້ແບກຫາບໂຄງການຄົ້ນຄວ້າວິທະຍາສາດສຳຄັນຫຼາຍໂຄງການຂອງປະເທດຈີນ. ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຂອງຈີນມີກຳລັງເຂັ້ມແຂງໃນດ້ານການຄົ້ນຄວ້າວິທະຍາສາດ, ລະດັບເຕັກນິກໃນບາງຂົງເຂດໄດ້ນຳໜ້າອາເມຣິກາ, ສົ່ງຜົນເຮັດໃຫ້ມະຫາວິທະຍາໄລດັ່ງກ່າວໄດ້ກາຍເປັນໜາມຕຳຕາກ້າງຄາຄໍຂອງອາເມຣິກາ. NSA ກໍ່ການໂຈມຕີທາງອິນເຕີເນັດຕໍ່ມະຫາວິທະຍາໄລດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງເຈຕະນາຂອງອາເມຣິກາທີ່ຫວັງຢາກສະກັດກັ້ນການພັດທະນາເຕັກນິກລະດັບສຸດຍອດຂອງຈີນ.

ທີ່ຈິງແລ້ວ, ການໂຈມຕີທາງອິນເຕີເນັດພຽງແຕ່ເປັນໜຶ່ງໃນການກະທຳໜ້າລັງກຽດຂອງອາເມຣິກາ. ອາເມຣິກາໄດ້ຖືອັນທີ່ເອີ້ນວ່າ “ຄວາມປອດໄພແຫ່ງຊາດ” ເປັນຂໍ້ອ້າງ, ກີດກັ້ນການພັດທະນາຂອງປະເທດຈີນຢ່າງບໍ່ມີເຫດຜົນ, ຈັດເອົາວິສາຫະກິດ, ອົງການຈັດຕັ້ງ, ໂຮງຮຽນຊັ້ນສູງແລະອື່ນໆເຂົ້າໃນ “ບັນຊີລາຍຊື່ທີ່ບໍ່ໜ້າໄວ້ວາງໃຈ”. ໃນຫຼາຍປີມານີ້, ການກະທຳແບບນີ້ຂອງອາເມຣິກາໄດ້ນັບມື້ນັບປ່ວງບ້າເລີຍ.

ອີງຕາມຜົນສະຖິຕິ, ແຕ່ເດືອນມີນາປີ 2018 ຫາເດືອນທັນວາປີ 2021, ລັດຖະບານອາເມຣິກາໄດ້ຈັດເອົາບໍລິສັດ, ອົງການຈັດຕັ້ງແລະສ່ວນບຸກຄົນຂອງຈີນ 600 ກວ່າແຫ່ງແລະຄົນເຂົ້າໃນ “ບັນຊີລາຍຊື່ທີ່ບໍ່ໜ້າໄວ້ວາງໃຈ”. ວັນທີ 23 ສິງຫາ 2022, ກະຊວງການຄ້າອາເມຣິກາໄດ້ຈັດເອົາບໍລິສັດຈີນ 7 ແຫ່ງເຂົ້າໃນບັນຊີລາຍຊື່ດັ່ງກ່າວອີກໂດຍອ້າງຄວາມປອດໄພແຫ່ງຊາດແລະນະໂຍບາຍການຕ່າງປະເທດ. ວັນທີ 2 ກັນຍານີ້, ຂ່າວສານບຣຸມເບີກ ອາເມຣິກາລາຍງານວ່າ, ລັດຖະບານໄບເດັນ ກຳລັງພິຈາລະນາປະຕິບັດມາດຕະການໃໝ່, ເພື່ອຈຳກັດອາເມຣິກາລົງທຶນຕໍ່ບໍລິສັດເຕັກນິກວິທະຍາສາດຈີນ.

ນອກນີ້, ໃນຂະນະດຽວກັນທີ່ກີດກັ້ນການພັດທະນາຂອງວິສາຫະກິດຈີນ, ຖ້າວ່າໄດ້ພົບເຫັນປະເທດແລະເຂດແຄວ້ນໃດໆລວມທັງປະເທດພັນທະມິດຂອງອາເມຣິກາເປັນການຂົ່ມຂູ່ຕໍ່ຖານະ “ເຈົ້າອຳນາດດ້ານເຕັກນິກວິທະຍາສາດ”, ອາເມຣິກາກໍ່ຈະໂຈມຕີເຊັ່ນກັນຢ່າງບໍ່ມີຄວາມເມດຕາເລີຍ. ປີ 2021, ໂດຍອ້າງວ່າຍົກສູງຄວາມໂປ່ງໃສຂອງຕ່ອງໂສ້ການສະໜອງຊິບຄອມພິວເຕີ, ກະຊວງການຄ້າອາເມຣິກາໄດ້ບັງຄັບໃຫ້ບໍລິສັດ Samsung ຂອງສ.ເກົາຫຼີ, ບໍລິສັດ TSMC ເຂດໄຕ້ຫວັນແລະບໍລິສັດຜະລິດຊິບໃຫຍ່ອື່ນໆສະໜອງຕົວເລກການຄ້າຂາຍຊິບຂອງຕົນ, ໃນທີ່ສຸດພາຍໃຕ້ກຳລັງກົດດັນຈາກອາເມຣິກາ, ວິສາຫະກິດເຫຼົ່ານີ້ໄດ້ປະຕິບັດຕາມ.

ການກະທຳດັ່ງກ່າວຂອງອາເມຣິກາ, ລ້ວນແຕ່ຝືນກັບຫຼັກການເສດຖະກິດຕະຫຼາດແລະກົດລະບຽບເສດຖະກິດການຄ້າສາກົນ, ໄດ້ທຳລາຍຄວາມໝັ້ນໃຈຂອງປະຊາຄົມໂລກກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຂອງອາເມຣິກາ, ກໍຈະທຳລາຍອາເມຣິກາເອງໃນທີ່ສຸດ. ການພັດທະນາດ້ານເຕັກນິກວິທະຍາສາດຄວນສ້າງຜົນປະໂຫຍດໃຫ້ແກ່ມ່ວນມະນຸດ, ຫາກບໍ່ຄວນສ້າງຄວາມກີດຂວາງໃຫ້ແກ່ການພັດທະນາຂອງປະເທດອື່ນ.