ພະລາຊີນີອັງກິດເອລີຊາເບັດທີ 2 ສະຫວັນລະຄົດ ເຈົ້າຟ້າຊາຍຊາເລັສຂຶ້ນຄອງລາຊະບັນລັງແທນ

2022-09-09 10:45:25 CRI

ວັນທີ 8 ກັນຍານີ້ຕາມເວລາທ້ອງຖິ່ນ, ພະລາຊີນີອັງກິດເອລີຊາເບັດທີ 2 ໄດ້ສະຫວັນລະຄົດ ໂດຍມີພະຊົນມາຍຸ 96 ພັນສາ. ພະລາຊະໂອລົດຂອງພະອົງ ຄື ມົງກຸດລາຊະກຸມານ ເຈົ້າຟ້າຊາຍຊາເລັສ ຟິລິບ ອາເຊີ ຈອດ ມູນທ໌ບັດເຕມ ວິນດ໌ໂຊ ຂຶ້ນຄອງລາຊະບັນລັງແທນ. ອົງການສະຫະປະຊາຊາດ ແລະ ຫຼາຍປະເທດໄດ້ສະແດງຄວາມໄວ້ອາໄລເຖິງການສະຫວັນລະຄົດຂອງພະລາຊີນີອັງກິດເອລີຊາເບັດທີ 2.