ຟິລິປິນປະຕິເສດສານອາຍາສາກົນທີ່ດຳເນີນການສຳຫຼວດການເຄື່ອນໄຫວປາບປາມຢາເສບຕິດຂອງຟິລິປິນຄືນໃໝ່

2022-09-09 11:51:50 cri


ວັນທີ 8 ກັນຍານີ້,ຫ້ອງການຫົວໜ້າໄອຍະການຂອງກະຊວງຍຸຕິທຳຟິລິປິນໄດ້ອອກຖະແຫຼງການໂດຍລະບຸວ່າ:ຟິລິບປິນປະຕິເສດສານອາຍາສາກົນທີ່ດຳເນີນການສຳຫຼວດການເຄື່ອນໄຫວປາບປາມຢາເສບຕິດຂອງຟິລິປິນຄືນໃໝ່,ທ່ານໂຣດຸຣິໂກ ດູເຕີເຕ (Rodrigo Duterte)ອະດີດປະທານາທິບໍດີຟິລິປິນບໍ່ມີການກະທຳທີ່ “ຕ້ານມະນຸດ”ໃນການເຄື່ອນໄຫວປາບປາມຢາເສບຕິດ, ເຈົ້າໜ້າທີ່ປະຕິບັດກົດໝາຍບໍ່ເຄີຍໄດ້ຖືປະຊາຊົນສາມັນເປັນເປົ້າໝາຍ.


ນອກນີ້,ໃນຖະແຫຼງການຂອງລັດຖະບານຟິລິປິນໄດ້ລະບຸວ່າ:ສານອາຍາສາກົນບໍ່ມີສິດຄຸ້ມຄອງຕໍ່ຟິລິປິນ.


ພາຍຫຼັງທ່ານໂຣດຸຣິໂກ ດູເຕີເຕ ອະດີດປະທານາທິບໍດີຟິລິປິນຂຶ້ນຄອງອຳນາດ ເມື່ອເດືອນມິຖຸນາປີ 2016 ແລ້ວ,ໄດ້ອອກແຮງປາບປາມການກະທຳຜິດດ້ານຢາເສບຕິດຢູ່ຟິລິປິນ,ມີຜູ້ກະທຳຜິດດ້ານຢາເສບຕິດຫຼາຍພັນຄົນເສຍຊີວິດໃນການເຄື່ອນໄຫວປາບປາມຢາເສບຕິດ.ເດືອມກຸມພາປີ 2018,ສານອາຍາສາກົນທີ່ມີ ສຳນັກງານໃຫຍ່ຕັ້ງຢູ່ນະຄອນລາໄຮຂອງໂຮນລັງເຄີຍສະແຫວງຫາການເລີ່ມດຳເນີນລະບຽບການທີ່ກ່ຽວຂ້ອງເພື່ອດຳເນີນການສຳຫຼວດຕໍ່ການເຄື່ອນໄຫວປາບປາມຢາເສບຕິດຂອງທ່ານດູເຕີເຕໂທດຖານ “ຕ້ານມະນຸດ”.ເດືອນມີນາປີ 2019,ຟິລິປິນໄດ້ຖອນຕົວອອກຈາກສານອາຍາສາກົນຢ່າງເປັນທາງການ.