ວິສາຫະກິດຈີນໄດ້ລົງທຶນຕໍ່ຕ່າງປະເທດມູນຄ່າຫຼາຍກວ່າ 145 ຕື້ໂດລາສະຫະລັດ

2022-09-09 11:09:13 cri

ໃນລະຫວ່າງວັນທີ 8 ຫາ 11 ກັນຍານີ້, ກອງປະຊຸມປຶກສາຫາລືດ້ານການຄ້າແລະການລົງທຶນສາກົນຈີນຄັ້ງທີ 22 ໄດ້ຈັດຂຶ້ນຢູ່ນະຄອນເຊ້ຍເມິນແຂວງຟູຈ້ຽນຂອງຈີນ.

ວັນທີ 8 ກັນຍານີ້, ກອງປະຊຸມເວທີປຶກສາຫາລືການພັດທະນາສີຂຽວການລົງທຶນສາກົນ 2022 ແລະກອງປະຊຸມເຜີຍແຜ່ “ບົດລາຍງານການພັດທະນາປະເທດຂອງວິສາຫະກິດຈີນ ໄດ້ຈັດຂຶ້ນໃນໄລຍະຈັດກອງປະຊຸມປຶກສາຫາລືດັ່ງກ່າວ. ບົດລາຍງານສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ປີ 2021, ວິສາຫະກິດຈີນໄດ້ລົງທຶນຕໍ່ຕ່າງປະເທດມູນຄ່າຫຼາຍກວ່າ 145 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັດຢູ່ແຖວໜ້າຂອງໂລກ. ໃນ 10 ປີມໍ່ໆມານີ້, ວິສາຫະກິດຈີນທີ່ດຳເນີນການຮ່ວມມືດ້ານການລົງທຶນຕໍ່ຕ່າງປະເທດໄດ້ຈ່າຍພາສີຢູ່ທ້ອງຖິ່ນເກືອບ 400 ຕື້ໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູການເຕີບໂຕຂອງເສດຖະກິດທ້ອງຖິ່ນກໍຄືຂອງເສດຖະກິດໂລກ.”