ທ່ານສີຈິ້ນຜິງສົ່ງສານສະແດງຄວາໄວ້ອາໄລຕໍ່ສົມເດັດຊາເລັສທີ 3 ເຈົ້າຊີວິດອົງໃໝ່ຂອງອັງກິດເນື່ອງຈາກການສະຫວັນລະຄົດຂອງພະລາຊີນີອັງກິດເອລີຊາເບັດທີ 2

2022-09-09 15:23:27 CRI


ວັນທີ 9 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມໄວ້ອາໄລຕໍ່ສົມເດັດ ຊາເລັສ ທີ3 ເຈົ້າຊີວິດອົງໃໝ່ຂອງອັງກິດເນື່ອງຈາກການສະຫວັນລະຄົດຂອງພະລາຊີນີເອລີຊາເບັດທີ 2. ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຈີນ ແລະໃນນາມສ່ວນຕົວ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ການສະຫວັນລະຄົດຂອງພະລາຊີນີເອລີຊາເບັດທີ 2, ທັງໄດ້ສະແດງຄວາມເຫັນໃຈຢ່າງສຸດຊຶ້ງຕໍ່ພະບໍລົມມະວົງສານຸວົງ ລັດຖະບານ ແລະ ປະຊາຊົນອັງກິດ.

 

ເນື້ອໃນສານສະແດງຄວາມໄວ້ອາໄລຂອງທ່ານສີຈິ້ນຜິງລະບຸຕື່ມວ່າ, ພະລາຊີນີເອລີຊາເບັດທີ 2 ໃນຖານະເປັນກະສັດທີ່ຄອງລາຊະບັນລັງດົນກວ່າໝູ່ຂອງອັງກິດ, ໄດ້ຮັບຄຳຍ້ອງຍໍສັນລະເສີນຢ່າງກວ້າງຂວາງ. ພະລາຊີນີເອລີຊາເບັດແມ່ນ ກະສັດອັງກິດອົງທຳອິດທີ່ຢ້ຽມຢາມປະເທດຈີນ. ການສະຫວັນລະຄົດຂອງເພິ່ນແມ່ນການສູນເສຍອັນໃຫຍ່ຫຼວງຂອງປະຊາຊົນອັງກິດ.

 

ເນື້ອໃນສານຂອງທ່ານສີຈິ້ນຜິງຍັງເນັ້ນຕື່ມວ່າ, ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍຕົວຂອງສາຍພົວພັນຈີນ-ອັງກິດ, ຍິນດີຮ່ວມກັບເຈົ້າຊີວິດຊາເລັສທີ 3, ຖືການສ້າງສາຍພົວພັນການທູດລະດັບເອກອັກຄະລັດຖະທູດຄົບຮອບ 50 ປີເປັນກາລະໂອກາດ, ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງປອດໃສ ແລະ ໝັ້ນທ່ຽງ, ນຳເອົາຜົນປະໂຫຍດມາໃຫ້ກັບສອງລັດ ແລະ ປະຊາຊົນສອງຊາດ.