ຢ່າຫຼົງລືມສາຍສຳພັນເນື່ອງຈາກຄວາມຫຍຸ້ງຍາກລຳບາກຂອງໜ້າວຽກປະຈຳວັນ

2022-09-09 17:14:52 cri


ວັນທີ 15 ເດືອນສິງຫາຕາມຈັນທະຄະຕິຂອງຈີນທຸກໆປີແມ່ນບຸນໄຫວ້ພະຈັນ ເຊິ່ງເປັນບຸນປະເພນີທີ່ສຳຄັນຂອງຈີນ, ປີນີ້ແມ່ນກົງກັບວັນທີ 10 ກັນຍາ 2022.

ໃນມື້ສຳຄັນນີ້, ຊາວຈີນທຸກຄອບຄົວຈະເຕົ້າໂຮມກັນ, ພາກັນກິນຂະໜົມບຸນໄຫວ້ພະຈັນ, ສົ່ງຄວາມຢື້ຢາມຖາມຂ່າວເຊິ່ງກັນແລະກັນ ແລະປາຖະໜາມີຄວາມສຸກທາງກາຍແລະໃຈ.

“ຂໍໃຫ້ມີຮັກໄວ້, ທາງໄກກໍວ່າມໍ່.” ນີ້ແມ່ນບົດກະວີຈີນທີ່ມີປະຫວັດສາດມາເກືອບພັນປີ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຄວາມຮັກແພງແລະສາຍສຳພັນກັບຄອບຄົວກໍຄືກັບຍາດຕິພີ່ນ້ອງຢ່າງຈິງໃຈ ແລະໄດ້ພັນລະນາເຖິງອາລົມທີ່ວ່າ: ພວກເຮົາບໍ່ວ່າຈະຢູ່ໄກຫຼືໃກ້, ກໍສາມາດຊົມໃຊ້ແສງດວງຈັນທີ່ສວຍງາມໃນມື້ບຸນໄຫວພະຈັນນີ້.

ທ່ານສີຈິ້ນຜິງ ປະທານປະເທດຈີນກໍໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອຂອງຈີນດັ່ງກ່າວນີ້. ທ່ານເຄີຍກ່າວວ່າ: “ປະຈຸບັນ, ສັງຄົມປ່ຽນແປງໄປຢ່າງວ່ອງໄວ, ປະຊາຊົນເຮັດວຽກງານດ້ວຍຄວາມທໍລະຫົດ ອົດທົນ, ຂຶ້ນເໜືອລົງໃຕ້ເພື່ອທຳມາຫາກິນ, ແຕ່ຢ່າລືມຄວາມຮັກແພງ ອັນແທ້ຈິງຢູ່ໃນໂລກນີ້,ຢ່າຕັດຂາດສາຍສຳພັນເນື່ອງຈາກ ຄວາມຫ່າງເຫີນຍ້ອນໄລຍະທາງ, ຢ່າຫຼົງລືມສາຍສຳພັນເນື່ອງຈາກຄວາມຫຍຸ້ງຍາກລຳບາກຂອງໜ້າວຽກ ປະຈຳວັນ, ຢ່າເບິ່ງຂ້າມສາຍສຳພັນຍ້ອນສູ້ກັບຊີວິດທັງເວັນແລະຄືນ.”

“ຄອບຄົວປອງດອງແລ້ວຈຶ່ງຈະມີຄວາມຈະເລີນຮຸ່ງເຮືອງໃນພາລະກິດທຸກປະການ.” ນີ້ແມ່ນຄຳເວົ້າຂອງທ່ານສີຈິ້ນຜິງ ແລະກໍເປັນການກະທຳຕົວຈິງຂອງທ່ານສີຈິ້ນຜິງເອງໃນການໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ຄອບຄົວ.

ເດືອນຕຸລາປີ 2001, ເມື່ອຮອດວັນເກີດຄົບຮອບ 88 ປີຂອງພໍ່, ທົ່ວຄອບຄົວໄດ້ເຕົ້າໂຮມກັນ, ເຫຼືອພຽງແຕ່ທ່ານສີຈິ້ນຜິງ ທີ່ເປັນເຈົ້າແຂວງແຂວງຟູຈ້ຽນບໍ່ໄດ້ເມືອບ້ານຍ້ອນຄາວຽກ, ຈຶ່ງໄດ້ຂຽນຈົດໝາຍອວຍພອນວັນເກີດໄປໃຫ້ພໍ່. ເນື້ອໃນຈົດໝາຍສະບັບນີ້, ທ່ານສີຈິ້ນຜິງຂຽນວ່າ: ໃນວັນສຳຄັນທີ່ໜ້າສະເຫຼີມສະຫຼອງນີ້, ທ່ານນອນບໍ່ຫຼັບ, ທັງຮູ້ສຶກຕື່ນເຕັ້ນເພື່ອສະຫຼອງວັນເກີດຂອງພໍ່, ທັງຮູ້ສຶກເສຍດາຍ ແລະຕຳໜິຕົນເອງຍ້ອນບໍ່ໄດ້ໄປອວຍພອນວັນເກີດຂອງພໍ່ຮ່ວມກັບຄອບຄົວ. ທ່ານເຄົາລົບນິດໄສຊື່ສັດ ແລະ ໜັກແໜ້ນຂອງພໍ່, ຕັດສິນໃຈ “ຮຽນນຳຄຸນສົມບັດທີ່ສູງສົ່ງຂອງພໍ່” ເພື່ອຕອບແທນບຸນແທນຄຸນປະເທດຊາດ ແລະ ປະຊາຊົນທີ່ບຳລຸງສ້າງຕົນເອງໃຫ້ເຕີບໃຫຍ່ຂຶ້ນ.

“ແຕ່ລະຄອບຄົວດີ, ປະເທດຈຶ່ງຈະດີ, ຊົນຊາດຈຶ່ງຈະດີ.” ທ່ານສີຈິ້ນຜິງເຫັນວ່າ: ການສ້າງສາປະເທດໃຫ້ມີຄວາມຮັ່ງມີແລະເຂັ້ມແຂງ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ຕ້ອງສະແດງໃຫ້ເຫັນວ່າ: ທຸກໆຄອບຄົວຂອງຈີນກໍມີຄວາມສຸກ, ປະຊາຊົນຈີນນັບເປັນຕື້ຄົນຕ້ອງມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ, ນີ້ຈິ່ງສອດຄ່ອງກັບຄວາມມຸ່ງມາດປາຖະໜາຮ່ວມກໍຄືແນວຄິດສືບທອດໄປທຸກເຊັ່ນຄົນຂອງຊາດຈີນ.