ກະຊວງການຕ່າງປະເທດຈີນ:ການລົງໂທດຳພຽງແຕ່ຝ່າຍດຽວຢ່າງຜິດກົດໝາຍຂອງບາງປະເທດໄດ້ກະທົບເຖິງລະບົບບໍລິຫານສາກົນຢ່າງໜັກໜ່ວງ

2022-09-09 11:35:30 cri


ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 8 ກັນຍານີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ:ບາງປະເທດບໍ່ເອົາຫົວຊານຳຈຸດປະສົງຂອງກົດບັດສະຫະປະຊາຊາດແລະຫຼັກການຂອງກົດໝາຍສາກົນ,ຢູ່ບໍ່ຢູ່ກໍ່ປະຕິບັດການລົງໂທດພຽງແຕ່ຝ່າຍດຽວຕໍ່ປະເທດອື່ນຢ່າງຜິດກົດໝາຍ,ໄດ້ກະທົບເຖິງລະບຽບການເມືອງເສດຖະກິດໂລກແລະລະບົບບໍລິຫານສາກົນຢ່າງໜັກໜ່ວງ.



ອີງຕາມການລາຍງານຂ່າວ:ຫວ່າງມໍ່ໆມານີ້,ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວໃນເວທີເສດຖະກິດຕາເວັນອອກວ່າ,ການລົງໂທດຂອງຝ່າຍຕາເວັນຕົກໄດ້ເຂົ້າແທນສະພາບການແຜ່ລະບາດຂອງພະຍາດໂຄວິດ-19,ກາຍເປັນໄພຂົ່ມຂູ່ທີ່່ໃຫຍ່ກວ່າໝູ່ຂອງໂລກ.ເພື່ອສະກັດກັ້ນວິວັດທະນາການປະຫວັດສາດ,ອາເມຣິກາບໍ່ເສຍດາຍທີ່ຈະທຳລາຍເສົາຄ້ຳຂອງລະບຽບເສດຖະກິດສາກົນເຊັ່ນການທະນາຄານແລະເງິນຕາເປັນຕົ້ນທີ່ກຳນົດໄວ້ໃນ 100 ປີຜ່ານມານີ້,ເພື່ອສ້າງກະຕິກາທີ່ມີຜົນດີຕໍ່ຕົນເອງຕາມເຈຕະນາລົມຂອງຕົນ.


ຕໍ່ກັບເລື່ອງນີ້,ທ່ານນາງໝາວໜິງກ່າວວ່າ:


“ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະຜູ້ຕາງໜ້າປະເທດຕະຫຼາດຈະເລີນໃໝ່ຕ້ົນຕໍ,ຈີນແລະຣັດເຊຍໄດ້ເດັດດ່ຽວປົກປ້ອງລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງແລະລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ,ເດັດດ່ຽວປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ,ສຸມໃສ່ຊຸກຍູ້ການຟື້ນຟູຂອງເສດຖະກິດໂລກພາຍໃຕ້ເບື້ອງຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.ຝ່າຍຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກລວມທັງຣັດເຊຍ,ຮ່ວມ ກັນຊຸກຍູ້ການຫັນເປັນຫຼາຍຂົ້ວຂອງໂລກ,ເສດຖະກິດໂລກາພິວັດແລະການຫັນສາຍພົວພັນສາກົນເປັນແບບປະຊາທິປະໄຕ.ພວກເຮົາຈະປະກອບສ່ວນຢ່າງຕັ້ງໜ້າເພື່ອຊຸກຍູ້ການສ້າງລະບົບສາກົນແບບໃໝ່ແລະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”