ຮົງກົງຈີນໄດ້ຮັບການປະກາດເປັນເຂດເສດຖະກິດເສລີທີ່ສຸດຂອງໂລກອີກຄັ້ງໜຶ່ງ

2022-09-09 14:57:15 CRI


ວັນທີ 8 ກັນຍານີ້, ອົງການປົກຄອງເຂດບໍລິຫານພິເສດຮົງກົງຈີນໄດ້ຖະແຫຼງຂ່າວວ່າ, ສະຖາບັນຄົ້ນຄວ້າເຟຣເຊີຂອງການາດາໄດ້ເຜີຍແຜ່ “ບົດລາຍງານວ່າດ້ວຍຄວາມເສລີດ້ານເສດຖະກິດໂລກປີ 2022”, ໂດຍປະກດາດຮົງກົງຈີນເປັນເຂດເສດຖະກິດເສລີທີ່ສຸດຂອງໂລກອີກຄັ້ງໜຶ່ງ.

 

ເຂດບໍລິຫານພິເສດຮົງກົງຈີນໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນີ້, ໂດຍກ່າວວ່າຮົງກົງໄດ້ສຸມໃສ່ປັບປຸງສະພາບແວດລ້ອມທຸລະກິດ ຍົກສູງປະສິດທິພາບ ແລະ ສິ່ງຄົບຊຸດຂອງຕະຫຼາດ, ເຮັດໃຫ້ເສດຖະກິດມີຄວາມຄ່ອງແຄ້ວ ແລະ ເຂັ້ມແຂງຫຼາຍກວ່າເກົ່າ, ເສີມຂະຫຍາຍທ່າແຮງຂອງຕະຫຼາດເສລີ. ຄວາມພະຍາຍາມຂອງຮົງກົງໃນການຮັກສາປະສິດທິພາບສູງ ຄວາມເສລີ ການເປີດປະຕູສູ່ພາຍນອກ ແລະ ສະພາບແວດລ້ອມທຸລະກິດທີ່ຍຸຕິທຳໄດ້ຮັບການຢືນຢັນອີກຄັ້ງໜຶ່ງ.

 

ໂຄສົກຂອງເຂດບໍລິຫານພິເສດຮົງກົງກ່າວວ່າ, ຮົງກົງມີທີ່ຕັ້ງ ແລະທ່າແຮງພິເສດ, ເຊິ່ງລວມທັງ ທຶນຮອນເຂົ້າອອກຢ່າງເສລີ, ການຄ້າເສລີ, ລະບຽບການລົງທຶນ, ລະບຽບພາສີຕ່ຳແບບງ່າຍດາຍ, ສະພາບແວດລ້ອມທຸລະກິດທີ່ດີ, ອົງການປົກຄອງທີ່ມີປະສິດທິພາບສູງ ແລະ ປອດໃສຂາວສະອາດ. ອົງການປົກຄອງເຂດບໍລິຫານພິເສດຮົງກົງຈະສືບຕໍ່ປັບປຸງທ່າແຮງເຫຼົ່ານີ້ໃຫ້ໜັກແໜ້ນ, ພ້ອມທັງສະໜອງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ວິສາຫະກິດເປີດກວ້າງທຸລະກິດ, ຍົກສູງກຳລັງແຂ່ງຂັນ, ເຮັດໃຫ້ເສດຖະກິດໂດຍລວມມີການພັດທະນາ ແລະຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ.