ກອງທັບອາເມຣິກາສືບຕໍ່ລັກນ້ຳມັນເຊື້ອໄຟຢູ່ຊີຣີ

2022-09-10 16:01:07 cri

ຕາມສຳນັກຂ່າວສານແຫ່ງຊາດຊີຣີລາຍງານໃນວັນທີ 9 ກັນຍານີ້ວ່າ: ໃນມື້ດຽວກັນ, ອາເມຣິກາໄດ້ຂົນສົ່ງນ້ຳມັນເຊື້ອໄຟທີ່ຕົນລັກຢູ່ແຂວງອານຮາຊັກ ທີ່ພາກຕາເວັນອອກສຽງເໜືອຂອງຊີຣີນັ້ນ ໄປສູ່ຖານທັບຂອງຕົນຢູ່ອີຣັກ ໂດຍຜ່ານຈຸດຂ້າມຊາຍແດນທີ່ຜິດກົດໝາຍລະຫວ່າງຊີຣີກັບອີຣັກ.

ບົດລາຍງານຂຽນວ່າ: ມື້ດຽວກັນ, ຂະບວນລົດທີ່ປະກອບດ້ວຍລົດຂົນສົ່ງນ້ຳມັນ 88 ຄັນ ໄດ້ບັນທຸກນ້ຳມັນເຊື້ອໄຟທີ່ກອງທັບອາເມຣິກາລັກຂຸດຄົ້ນຢູ່ຊີຣີ ເດີນທາງອອກຈາກຊີຣີໂດຍຜ່ານຈຸດຂ້າມຊາຍແດນທີ່ຜິດກົດໝາຍ. ໃນອາທິດຜ່ານມາ, ກອງທັບອາເມຣິກາໄດ້ໃຊ້ລົດຂົນສົ່ງນ້ຳມັນ 300 ກວ່າຄັນ ເພື່ອຂົນສົ່ງນ້ຳມັນເຊື້ອໄຟທີ່ລັກຢູ່ຊີຣີໄປສູ່ຖານທັບຂອງຕົນຢູ່ອີຣັກຕາມລຳດັບ.