ຣັດເຊຍຈະບໍ່ຂາຍນ້ຳມັນເຊື້ອໄຟ ແລະແກັສທຳມະຊາດແບບຂາດທຶນໃຫ້ແກ່ປະເທດທີ່ຈຳກັດລາຄາພະລັງງານຂອງຣັດເຊຍ

2022-09-12 15:06:01 cri

ວັນທີ 11 ກັນຍານີ້, ທ່ານນີໂກໄລ ຊູນກີນົຟ ລັດຖະມົນຕີກະຊວງພະລັງງານຣັດເຊຍໃຫ້ສຳພາດຕໍ່ນັກຂ່າວວ່າ: ຣັດເຊຍຈະບໍ່ຂາຍນ້ຳມັນເຊື້ອໄຟ ແລະແກັສທຳມະຊາດແບບຂາດທຶນ ໃຫ້ແກ່ປະເທດທີ່ຈຳກັດລາຄາພະລັງງານຂອງຣັດເຊຍ. ທ່ານນີໂກໄລ ຊູນກີນົຟ ເຫັນວ່າ: ທີ່ຈິງແລ້ວ, ການປະຕິບັດມາດຕະການຈຳກັດລາຄາພະລັງງານຂອງຣັດເຊຍ ເປັນກົນອຸບາຍຂອງປະເທດຕາເວັນຕົກ ເພື່ອຄວບຄຸມລາຄາຂອງພະລັງງານ.

ທ່ານນີໂກໄລ ຊູນກີນົຟ ຍັງກ່າວເນັ້ນວ່າ: ການຈຳກັດລາຄາພະລັງງານຂອງຣັດເຊຍ ມີແຕ່ຈະເຮັດໃຫ້ສະພາບການຢູ່ປະເທດຕາເວັນຕົກຊຸດໂຊມລົງເທົ່ນນັ້ນ. ໃນວັນທີ 9 ກັນຍານີ້, ລັດຖະມົນຕີພະລັງງານຂອງປະເທດສະມາຊິກສະຫະພາບເອີຣົບໄດ້ຈັດກອງປະຊຸມພິເສດ ໂດຍໄດ້ປຶກສາຫາລືກ່ຽວກັບຄວາມອາດເປັນໄປໄດ້ໃນການຈຳກັດລາຄາແກັສທຳມະຊາດຂອງຣັດເຊຍ ເພື່ອຮັບມືກັບບັນຫາລາຄາພະລັງງານເພີ່ມສູງຂຶ້ນ.