ຜູ້ຊ່ຽວຊານອຸສເບກີສະຖານເຫັນວ່າ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ທີ່ຊາມາຣ໌ຄານຈະມີຄວາມໝາຍປະຫວັດສາດ

2022-09-12 11:45:45 cri

ກອງປະຊຸມສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 22 ຈະຈັດຂຶ້ນລະຫວ່າງວັນທີ 15-16 ກັນຍານີ້ຢູ່ນະຄອນຊາມາຣ໌ຄານ ເມືອງປະຫວັດສາດວັດທະນະທຳທີ່ມີຊື່ສຽງຂອງປະເທດອຸສເບກີສະຖານ. ເມື່ອ ມໍ່ໆມານີ້, ທ່ານຟາຣຮອດ ໂທລີໂປຟ ຜູ້ຊ່ຽວຊານບັນຫາສາກົນຂອງອຸສເບກີສະ ຖານໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼືCMGວ່າ: ກອງ ປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ທີ່ ຊາມາຣ໌ຄານຈະມີຄວາມໝາຍປະ ຫວັດສາດ.

     ທ່ານໂທລີໂປຟກ່າວວ່າ: ນັບແຕ່ອົງການຮ່ວມມືຊຽງໄຮ້ສ້າງຕັ້ງຂຶ້ນໃນປີ 2001ເປັນຕົ້ນມາ, ອົງການນີ້ໄດ້ເຕີບໃຫຍ່ຂະຫຍາຍຕົວກາຍເປັນອົງການ ຈັດຕັ້ງສາກົນທີ່ເອກະລາດ,ມີອິດທິພົນແລະມີຊື່ສຽງ, ໄດ້ສະສົມບົດຮຽນ ຢ່າງຫຼວງຫຼາຍໃນວຽກງານສາກົນ.ກອງປະຊຸມສຸດຍອດຊາມາຣ໌ຄານຈະຮັບຮອງ ເອົາເອກະສານກ່ຽວກັບອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້, ເຊິ່ງ ເປັນຂີດໝາຍສະແດງໃຫ້ເຫັນວ່າ ຂອບເຂດພາກພື້ນຂອງອົງການນີ້ ໄດ້ຂະຫຍາຍກວ້າງອອກຕື່ມອີກ, ອິດທິພົນໃນສາກົນກໍຈະຍົກສູງຂຶ້ນຕື່ມອີກ.

ທ່ານໂທລີໂປຟຍັງຊີ້ໃຫ້ເຫັນວ່າ: ນັກວິຊາການແລະສື່ມວນຊົນປະເທດ ຕາເວັນຕົກຈຳນວນໜຶ່ງເຫັນວ່າ: ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ບໍ່ໄດ້ ກວມເຖິງປະເທດຕາເວັນຕົກ,ຈິ່ງມີຂໍ້ສະຫຼຸບວ່າ ຈຸດປະສົງຂອງອົງການນີ້ແມ່ນ ເພື່ອຕໍ່ຕ້ານກັບປະເທດຕາເວັນຕົກ.ແຕ່ວ່າ ອົງການຮ່ວມມືຊຽງໄຮ້ໄດ້ພິສູດ ດ້ວຍການກະທຳຕົວຈິງວ່າ: ເປົ້າໝາຍການພັດທະນາຂອງອົງການຕົນແມ່ນ ເພື່ອສົ່ງເສີມການຮ່ວມມືລະຫວ່າງປະເທດສະມາຊິກກໍຄືສົ່ງເສີມສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງພາກພື້ນ.