ອັດກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດສະໄໝທີ 76

2022-09-13 12:05:05 CRI


     ກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດສະໄໝທີ 76 ໄດ້ອັດລົງໃນວັນທີ 12 ກັນຍານີ້. ທ່ານອັບດຸນລາ ຊາຮິດ ປະທານສະມັດຊາສະຫະປະຊາຊາດສະໄໝທີ 76 ໄດ້ກ່າວຄຳປາໄສ, ທ່ານຊາບາ ໂຄໂຣຊີ ນັກການທູດຮົງກາລີໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະທານສະມັດຊາສະຫະປະຊາຊາດສະໄໝທີ 77.



     ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງຈາກພິທີອັດ, ທ່ານຊາບາ ໂຄໂຣຊີໄດ້ແນະນຳຈຸດໜັກວຽກງານຂອງທ່ານພາຍຫຼັງທ່ານໄດ້ດຳລົງຕຳແໜ່ງປະທານສະມັດຊາສະຫະປະຊາຊາດ ຄື: ປົກປັກຮັກສາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ; ໄດ້ຮັບຄວາມຄືບໜ້າທີ່ສຳຄັນໃນດ້ານການຫັນການພັດທະນາເປັນແບບຍືນຍົງ; ສະແຫວງຫາວິທີແກ້ໄຂບັນຫາແບບສັງລວມ ແລະເປັນລະບົບ; ຊີ້ນຳວຽກງານວາງນະໂຍບາຍດ້ວຍຫຼັກວິທະຍາສາດ ແລະເພີ່ມທະວີຄວາມສາມັກຄີ. ທ່ານຊາບາ ໂຄໂຣຊີຍັງກ່າວວ່າ: ທ່ານຈະທຳຄວາມພະຍາຍາມເພື່ອເພີ່ມທະວີການແລກປ່ຽນລະຫວ່າງບັນດາປະເທດສະມາຊິກ, ເຮັດໃຫ້ວຽກງານຂອງອົງການສະຫະປະຊາຊາດມີບົດບາດຫຼາຍກວ່າເກົ່າ.