ເຂດປະສົບໄພແຜ່ນດິນໄຫວຂອງແຂວງເສສວນໄດ້ເຂົ້າສູ່ໄລຍະການຟື້ນຟູແລະສ້າງສາຄືນໃໝ່

2022-09-13 15:11:30 cri

ວັນທີ 12 ກັນຍານີ້, ກອງບັນຊາການຮ່ວມແນວໜ້າຂັ້ນເມືອງ,ກິ່ງແຂວງ,ນະຄອນແລະແຂວງກ່ຽວກັບການກູ້ໄພແລະຊ່ວຍເຫຼືອໄພແຜ່ນດິນໄຫວລູຕີ້ງແຂວງເສສວນທີ່ເກີດຂຶ້ນໃນວັນທີ 5 ກັນຍາ 2022 ນີ້,ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 12 ກັນຍານີ້ເປັນຕົ້ນໄປ ແຂວງເສສວນໄດ້ຢຸດຕິພາວະສຸກເສີນລະດັບ 1 ຂອງແຜ່ນດິນໄຫວລະດັບແຂວງ,ໄລຍະການກູ້ໄພແລະຊ່ວຍເຫຼືອສຸກເສີນໄດ້ເຂົ້າສູ່ໄລຍະການຈັດວາງເປັນການຊົ່ວຄາວ,ຟື້ນຟູແລະສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດ.

ນັບມາຮອດເວລາ 17 ໂມງຂອງວັນທີ 11 ກັນຍານີ້, ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງລູຕີ້ງແຂວງເສສວນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 93 ຄົນ, ໃນນັ້ນຢູ່ກິ່ງແຂວງກ່ານຈື່ມີຜູ້ເສຍຊີວິດ 55 ຄົນ,ນະຄອນຢາອ່ານມີຜູ້ເສຍຊີວິດ 38 ຄົນ. ອີກ 25 ຄົນຫາຍສາບສູນ,ໃນນັ້ນຢູ່ເມືອງລູຕີ້ງມີ 9 ຄົນ, ເມືອງສືມຽນມີ 16 ຄົນ. ພະນັກງານກູ້ໄພແລະຊ່ວຍເຫຼືອຈະສືບຕໍ່ເພີ່ມທະວີການຄົ້ນຫາແລະຊ່ວຍເຫຼືອຢູ່ເຂດທີ່ສຳຄັນ,ເພື່ອຄົ້ນຫາຜູ້ຫາຍສາບສູນຢ່າງ

ຕັ້ງໜ້າ.

    ຂ່າວແຈ້ງໃຫ້ຮູ້ວ່າ: ເຂດປະສົບໄພແຜ່ນດິນໄຫວເມືອງລູຕີ້ງໄດ້ດຳເນີນການກວດກາແລະຄົ້ນຫາຊ່ວຍເຫຼືອຜູ້ປະສົບໄພມາຫຼາຍຮອບແລ້ວ,ປັດຈຸບັນ, ປະຊາຊົນຜູ້ປະສົບໄພໄດ້ຮັບການຍົກຍ້າຍແລະຈັດສັນຢ່າງເໝາະສົມໂດຍພື້ນຖານ, ຊີວິດການເປັນຢູ່ໂດຍພື້ນຖານຂອງປະຊາຊົນໄດ້ຮັບການຮັບປະກັນເປັນຢ່າງດີ,ພື້ນຖານໂຄງລ່າງຕ່າງໆເຊັ່ນ: ຄົມມະນາຄົມ,ໄຟຟ້າ,ໂທລະຄົມແລະອື່ນໆໄດ້ຮັບການຟື້ນຟູໂດຍສ່ວນຫຼາຍ, ພ້ອມທັງໄດ້ດຳເນີນການກວດກາແລະແກ້ໄຂບັນຫາໄພພິບັດທີ່ເກີດຂຶ້ນຕາມມາຫຼັງຈາກແຮງສັ່ນສະເທືອນ.