ສືບຕໍ່ເປັນຜູ້ນຳໜ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໂລກ

2022-09-15 16:22:04 CRI


ຕອນບ່າຍວັນທີ 14 ກັນຍາປີ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດກາຊັກສະຖານ. ນີ້ແມ່ນທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ແລະແມ່ນທ່ານໄປຢ້ຽມຢາມກາຊັກສະຖານເປັນຄັ້ງທີ 4.



 

ການຢ້ຽມຢາມຄັ້ງນີ້ໄດ້ວາງແຜນແມ່ບົດອັນໃໝ່ ແລະ ຊີ້ແຈງເປົ້າໝາຍອັນໃໝ່ໃຫ້ກັບການຂະຫຍາຍສາຍພົວພັນຈີນ-ກາຊັກສະຖານ. ໃນເດືອນກັນຍາປີ 2019, ທ່ານຄາຊິມ ໂຈມາດ ໂທຄາເຢັຟ ປະທານາທິບໍດີກາຊັກສະຖານໄດ້ມາຢ້ຽມຢາມປະເທດຈີນ, ປະມຸກລັດສອງປະເທດຈີນ-ກາຊັກສະຖານໄດ້ເປັນເອກະສັນກັນຕົກລົງໃຫ້ຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນຈີນ-ກາຊັກສະຖານ.

 

ໃນມື້ໜຶ່ງກ່ອນການໄປຢ້ຽມຢາມກາຊັກສະຖານ, ທ່ານສີຈິ້ນຜິງໄດ້ລົງພິມບົດຄວາມໂດຍມີເນື້ອໃນລະບຸວ່າ: ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີຄາຊິມ ໂຈມາດ ໂທຄາເຢັຟຈະລົງເລິກແລກປ່ຽນຄວາມຄິດເຫັນກ່ຽວກັບການຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນ ແລະ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານລະຫວ່າງຈີນ-ກາຊັກສະຖານໃຫ້ດີກວ່າເກົ່າ, ຖືການສ້າງຄູ່ຮ່ວມຊາຕາກຳຈີນ-ກາຊັກສະຖານເປັນເປົ້າໝາຍ ແລະ ວິໄສທັດ, ວາງແຜນກ່ຽວກັບການຮ່ວມມືຊຸກຍູ້ສາຍພົວພັນຈີນ-ກາຊັກສະຖານ.

 

ປີນີ້ແມ່ນຈີນ ແລະ 5 ປະເທດໃນອາຊີກາງ ເຊິ່ງລວມທັງກາຊັກສະຖານສ້າງສາຍພົວພັນທາງການທູດຄົບຮອບ 30 ປີ. ໃນການພົບປະຄັ້ງນີ້, ທ່ານສີຈິ້ນຜິງກ່າວວ່າ, ຈີນສະໜັບສະໜູນປະເທດໃນອາຊີກາງປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ສະຖຽນລະພາບທາງສັງຄົມ, ສະໜັບສະໜູນປະເທດໃນອາຊີກາງເພີ່ມທະວີການຮ່ວມມືແບບເຊື່ອມໂຍງເຂົ້າກັນ, ຍິນດີຮັກສາການແລກປ່ຽນຢ່າງໃກ້ຊິດກັບກາຊັກສະຖານ, ຮັບມືກັບບັນຫາໃໝ່ ແລະ ສິ່ງທ້າທາຍໃໝ່ຊະນິດຕ່າງໆຢ່າງເໝາະສົມ, ຄັດຄ້ານອິດທິກຳລັງພາຍນອກແຊກແຊງວຽກງານພາຍໃນຂອງປະເທດໃນອາຊີກາງ, ຮ່ວມກັນຮັກສາຄວາມໝັ້ນຄົງຍາວນານຂອງພາກພື້ນນີ້.

 

ວາລະສຳຄັນຢ່າງໜຶ່ງໃນການເດີນທາງໄປຢ້ຽມຢາມອາຊີກາງຂອງທ່ານສີຈິ້ນຜິງຄັ້ງນີ້, ກໍແມ່ນການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮຢູ່ຊາມາຄານ. ໃນເວລາພົບປະ, ທ່ານສີຈິ້ນຜິງກ່າວວ່າ, ສອງຝ່າຍຈີນ-ກາຊັກສະຖານຄວນເພີ່ມທະວີການຮ່ວມມືໃນຂອບ ແລະ ກົນໄກຫຼາຍຝ່າຍ ເຊັ່ນ: ອົງການຮ່ວມມືຊຽງໄຮ, ກອງປະຊຸມສຸດຍອດກ່ຽວກັບມາດຕະການປະສານງານ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີ ຫຼື CICA, ແລະອື່ນໆ, ຮ່ວມກັນສະໜັບສະໜູນການຈັດກອງປະຊຸມສຸດຍອດຊາມາຄານຂອງອົງການຮ່ວມມືຊຽງໄຮໃຫ້ດີ. ທ່ານສີຈິ້ນຜິງກ່າວເນັ້ນຕື່ມວ່າ, ສອງຝ່າຍຄວນເພີ່ມທະວີການປະສານງານສາກົນ, ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ປະກອບສ່ວນເຂົ້າໃນການສ້າງລະບົບບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

 

ເມື່ອ 9 ປີກ່ອນ, ເຊິ່ງກົງກັບໄລຍະລະດູໃບໄມ້ຫຼົ່ນ, ໃນໄລຍະທີ່ທ່ານສີຈິ້ນຜິງຢ້ຽມຢາມກາຊັກສະຖານ, ທ່ານສີຈິ້ນຜິງໄດ້ສະເໜີ ຂໍ້ລິເລີ່ມ “ແລວເສດຖະກິດເສັ້ນທາງສາຍໄໝ” ເປັນຄັ້ງທຳອິດ. ໃນການພົບປະຄັ້ງນີ້, ທ່ານປະທານາທິບໍດີໂທຄາເຢັຟກ່າວວ່າ, ປີໜ້າແມ່ນທ່ານປະທານສີຈິ້ນຜິງສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຫົວຈັກສຳຄັນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ກາຊັກສະຖານຈະສືບຕໍ່ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ.

 

ເມື່ອໄປຢ້ຽມຢາມບ່ອນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຄັ້ງທຳອິດອີກເທື່ອໜຶ່ງຫຼັງຈາກເວລາຜ່ານໄປ 9 ປີ, ທ່ານສີຈິ້ນຜິງກ່າວວ່າ: ຈີນຍິນດີຮ່ວມກັບກາຊັກສະຖານ ສຸມໃສ່ຍຸກສະໄໝຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສືບຕໍ່ເປັນຜູ້ນຳໜ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ປະກອບສ່ວນເຂົ້າໃນການຊຸກຍູ້ການຟື້ນຟູເສດຖະກິດຂອງໂລກ.