ໃນກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດຜູ້ຕາງໜ້າຈີນຄັດຄ້ານຕໍ່ປະເທດຝ່າຍຕາເວັນຕົກທີ່ໄດ້ນຳໃຊ້ມາດຕະການແບບບັງຄັບພຽງຝ່າຍດຽວຢ່າງຜິດກົດໝາຍ

2022-09-15 14:41:55 CRI

 ຕາມຂ່າວCRI: ວັນທີ 14 ກັນຍານີ້, ກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ຈັດງານສົນທະນາກັບຜູ້ລາຍງານພິເສດກ່ຽວກັບມາດຕະການແບບບັງຄັບພຽງຝ່າຍດຽວ. ຜູ້ຕາງໜ້າຈີນໄດ້ປະກອບຄຳເຫັນໂດຍຊີ້ອອກວ່າ, ມາດຕະການແບບບັງຄັບພຽງຝ່າຍດຽວໄດ້ຝ່າຝືນກົດໝາຍສາກົນຢ່າງໜັກໜ່ວງ, ອາເມຣິກາແລະປະເທດຝ່າຍຕາເວັນຕົກຈຳນວນໜຶ່ງໄດ້ອີງໃສ່ກົດໝາຍພາຍໃນປະເທດຕົນນຳໃຊ້ມາດຕະການແບບບັງຄັບພຽງຝ່າຍດຽວຢູ່ເລື້ອຍໆ, ປະຕິບັດການຄຸ້ມຄອງຢ່າງຊະຊາຍ, ເຊິ່ງແມ່ນການລ່ວງລະເມີດສິດທິມະນຸດໃນນາມປະຊາທິປະໄຕແລະສິດທິມະນຸດ.

 

ຜູ້ຕາງໜ້າຈີນກ່າວຕື່ມວ່າ: ຈີນຄັດຄ້ານຕໍ່ການນຳໃຊ້ມາດຕະການແບບບັງຄັບພຽງຝ່າຍດຽວຢ່າງຜິດກົດໝາຍຕໍ່ປະເທດອື່ນດ້ວຍວິທີທາງການເມືອງ, ເສດຖະກິດ, ການທະຫານແລະອື່ນໆຢ່າງສະເໝີຕົ້ນສະເໝີປາຍ, ເຕືອນໃຫ້ປະເທດທີ່ກ່ຽວຂ້ອງຍົກເລີກມາດຕະການແບບບັງຄັບພຽງຝ່າຍດຽວໃນທັນທີ, ລຶບລ້າງຜົນກະທົບທາງລົບຕໍ່ສິດທິມະນຸດຈາກມາດຕະການແບບບັງຄັບພຽງຝ່າຍດຽວ. ສະພາສິດທິມະນຸດຄວນສອບສວນໜ້າທີ່ຮັບຜິດຊອບຕໍ່ປະເທດທີ່ໄດ້ນຳໃຊ້ມາດຕະການແບບບັງຄັບພຽງຝ່າຍດຽວຢ່າງຊະຊາຍ.