ທ່ານສີຈິ້ນຜິງກ່າວວ່າ: ຈີນເດັດດ່ຽວສະໜັບສະໜູນອຸດສະເບກິດສະຖານເດີນຕາມເສັ້ນທາງທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ

2022-09-16 22:01:09 cri


ວັນທີ 15 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ຊາຟຄັດ ເມຍຊີໂຢເຢັບ ປະທານາທິບໍດີອຸດສະເບກິດສະຖານຢູ່ຊາມາຄານ.

 

ທ່ານສີຈິ້ນຜິງກ່າວວ່າ: ຫຼັງຈາກຂ້າພະເຈົ້າມາຢ້ຽມຢາມອຸດສະເບກິດສະຖານໃນເທື່ອແລ້ວນີ້, 6 ປີໄດ້ຜ່ານໄປແລ້ວ, ເທື່ອນີ້ ຂ້າພະເຈົ້າໄດ້ເຫັນອຸດສະເບກິດສະຖານໃໝ່ທີ່ມີຊີວິດຊີວາ. ຂ້າພະເຈົ້າຍິນດີກ່າວຢ້ໍາວ່າ, ໃນຖານະເປັນເພື່ອນມິດທີ່ດີ ໝູ່ຄູ່ທີ່ດີ ແລະອ້າຍນ້ອງທີ່ດີຂອງອຸດສະເບກິດສະຖານ, ຈີນເດັດດ່ຽວສະໜັບສະໜູນອຸດສະເບກິດສະຖານເດີນຕາມເສັ້ນທາງທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ. ສະໜັບສະໜູນອຸດສະເບກິດສະຖານທໍາຄວາມພະຍາຍາມ ເພື່ອປົກປັກຮັກສາເອກະລາດ ອະທິປະໄຕ ຄວາມປອດໄພແລະສະຖຽນລະພາບທາງສັງຄົມຂອງປະເທດຕົນ, ສະໜັບສະໜູນທ່ານປະທານາທິບໍດີຊຸກຍູ້ການປະຕິຮູບດ້ານລັດຖະທໍາມະນູນ, ຄັດຄ້ານອິດທິກໍາລັງທຸກຝ່າຍແຊກແຊງວຽກງານພາຍໃນຂອງອຸດສະເບກິດສະຖານ. ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານປະທານາທິບໍດີ, ອຸດສະເບກິດສະຖານຍ່ອມຈະໄດ້ຮັບຜົນສໍາເລັດທີ່ໃຫຍ່ກວ່າເກົ່າ ໃນພາລະກິດສ້າງສາພັດທະນາປະເທດແລະສ້າງຄວາມຈະເລີນຮຸ່ງເຮືອງໃຫ້ຊົນຊາດຕົນຢ່າງແນ່ນອນ.