ທ່ານສີຈິ້ນຜິງ ເຂົ້າຮ່ວມການພົບປະຄັ້ງທີ 6 ຂອງປາມຸກລັດຈີນ-ຣັດເຊຍ- ມົງໂກນ

2022-09-16 16:59:34 cri


ຕອນບ່າຍວັນທີ 15 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍແລະທ່ານອູກນາກິນ ຄູເຣຊູ ປະທານາທິບໍດີປະເທດມົງໂກນ ໄດ້ຈັດການພົບປະຄັ້ງທີ 6.



ທ່ານສີຈິ້ນຜິງຊີ້ອອກວ່າ, ການຮ່ວມມືລະຫວ່າງສາມຝ່າຍຈີນ-ຣັດເຊຍ- ມົງໂກນ ມີກຳລັງແຮງແລະຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຢ່າງແຂງແຮງ. ເຖິງວ່າໄດ້ຮັບຜິດກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ບາດກ້າວແຫ່ງການຮ່ວມມືສາມຝ່າຍບໍ່ເຄີຍຢຸດຈຶ້ງຈັກເທື່ອ, ແລະກໍ່ໄດ້ຮັບໝາກຜົນທີ່ເປັນຕາຮັບຮອງ.


ທ່ານປູຕິນກ່າວວ່າ: ສາມປະເທດຄວນປັບປຸງແລະຊຸກຍູ້ການຮ່ວມມືສາມຝ່າຍຢ່າງຮອບດ້ານ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຄົມມະນາຄົມ, ການຈໍລະຈອນສິນຄ້າແລະອື່ນໆ ໃຫ້ໄດ້ຮັບຄວາມຄືບໜ້າຕົວຈິງ.


ທ່ານ ຄູເຣຊູ ກ່າວວ່າ: ມົງໂກນຍິນດີເພີ່ມທະວີການແລກປ່ຽນກັບຈີນແລະຣັດເຊຍ, ຊຸກຍູ້ໃຫ້ການຮ່ວມມືສອງຝ່າຍແລະສາມຝ່າຍໃນດ້ານການຄ້າ, ການລົງທຶນແລະຂົງເຂດອື່ນໆໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ.


ສາມຝ່າຍໄດ້ຕົກລົງແກ່ຍາວເວລາປະຕິບັດ “ຮ່າງແຜນການສ້າງແລວທາງເສດຖະກິດຈີນ-ຣັດເຊຍ-ມົງໂກນ” ອອກໄປອີກ 5 ປີ, ເລີ່ມດຳເນີນການປົວແປງຍົກລະດັບແລະຄົ້ນຄວ້າຄວາມອາດເປັນໄປໄດ້ແຫ່ງການພັດທະນາ ຂອງເສັ້ນທາງລົດໄຟຜ່າກາງຂອງແລວທາງເສດຖະກິດຈີນ-ຣັດເຊຍ-ມົງໂກນ ຢ່າງເປັນທາງການ, ຕົກລົງຈະຕັ້ງໜ້າຊຸກຍູ້ປະຕິບັດໂຄງການວາງທໍ່ສົ່ງອາຍແກັສທຳມະຊາດຈີນ-ຣັດເຊຍຜ່ານປະເທດມົງໂກນ.