ທ່ານ ສີຈິ້ນຜິງ ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 22

2022-09-16 23:16:29 cri


ວັນທີ 16 ກັນຍານີ້, ຢູ່ນະຄອນຊາມາຄານຂອງອຸດສະເບກິດສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 22 ພາຍໃຕ້ຫົວຂໍ້ “ກຳແໜ້ນກະແສແຫ່ງຍຸກສະໄໝ ເພີ່ມທະວີຄວາມສາມັກຄີແລະການຮ່ວມມື ຮ່ວມກັນສ້າງອະນາຄົດທີ່ສວຍສົດງົດງາມ”.


ທ່ານ ສີຈິ້ນຜິງ ກ່າວວ່າ: ໃນຫຼາຍປີມານີ້, ບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ສະສົມແລະຖອດຖອນບົດຮຽນສຳເລັດຜົນທີ່ສຳຄັນແລະມີບົດບາດຊີ້ນຳຫຼາຍຢ່າງ ເຊັ່ນ:ຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ,ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ຍຶດໝັ້ນການປະຕິບັດຕໍ່ກັນຢ່າງສະເໝີພາບ,ຍຶດໝັ້ນການເປີດປະຕູແລະໂອບເອື້ອອາລີ,ຍຶດໝັ້ນຄວາມຍຸຕິທຳແລະຄວາມເປັນທຳ. ບົດຮຽນສຳເລັດຜົນ 5 ຂໍ້ດັ່ງກ່າວໄດ້ສະແດງໃຫ້ເຫັນ “ນ້ຳໃຈຊຽງໄຮ້”ທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ,ຕ່າງຝ່າຍຕ່າງມີຜົນປະໂຫຍດ,ມີຄວາມສະເໝີພາບກັນ,ການປຶກສາຫາລື,ເຄົາລົບວັດທະນະທຳທີ່ຫຼາກຫຼາຍແລະສະແຫວງຫາການພັດທະນາຮ່ວມກັນຢ່າງເຕັມທີ່.

ທ່ານສີຈິ້ນຜິງຍັງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ໂລກພວມຜະເຊີນກັບການປ່ຽນແປງຂອງສະຖານະການທີ່ບໍ່ເຄີຍມີມາກ່ອນໃນຮອບ 100 ປີມານີ້ແລະພວມວິວັດພັດທະນາຢ່າງໄວວາ,ໂລກໄດ້ເຂົ້າສູ່ໄລຍະແຫ່ງການປະຕິຮູບແລະຄວາມປັ່ນປ່ວນອັນໃໝ່. ສັງຄົມມະນຸດພວມຢືນຢູ່ທາງສີ່ແຍກແລະຜະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ພາຍໃຕ້ສະຖານະການໃໝ່, ໃນຖານະເປັນກຳລັງທີ່ມີລັກສະນະສ້າງສັນທີ່ສຳຄັນໃນວຽກງານສາກົນແລະພາກພື້ນ, ອົງການຮ່ວມມືຊຽງໄຮ້ຕ້ອງກ້າປະເຊີນກັບການປ່ຽນແປງຂອງສະຖານະການສາກົນ,ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ,ເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງ,ລົງເລິກການຮ່ວມມືທີ່ແທ້ຈິງ,ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ,ຍຶດໝັ້ນລັດທິຫຼາຍຝ່າຍ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮ້ທີ່ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.

ພວກເຮົາຕ້ອງອອກແຮງສົ່ງເສີມ“ນ້ຳໃຈຊຽງໄຮ້”, ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ໄດ້ຮັບການພັດທະນາແລະກ້າວໄປໜ້າຢ່າງໝັ້ນທ່ຽງ, ຮ່ວມກັນສ້າງບ້ານເມືອງທີ່ມີສັນຕິພາບ,ສະຖຽນລະພາບ,ຄວາມຈະເລີນຮຸ່ງເຮືອງແລະຄວາມສວຍງາມ.