ນາຍົກຮົງກາຣີກ່າວວ່າ: ຫວັງວ່າສະຫະພາບເອີຣົບຈະປ່ຽນແປງມາດຕະການລົງໂທດຣັດເຊຍ

2022-09-17 16:03:21 cri

ວັນທີ 16 ກັນຍາ 2022, ທ່ານໂອບານ ວິກໂຕ ນາຍົກລັດຖະມົນຕີຮົງກາຣີ ທີ່ພວມຢ້ຽມຢາມແຊັກບີ ກ່າວວ່າ: ຫວັງວ່າສະຫະພາບເອີຣົບຈະປ່ຽນແປງມາດຕະການລົງໂທດຣັດເຊຍ, ເຮັດໃຫ້ການລົງໂທດ “ມີຢູ່ບົນພື້ນຖານທີ່ສົມເຫດສົມຜົນກວ່າເກົ່າ.”

ທ່ານໂອບານ ວິກໂຕ ກ່າວວ່າ: ມາດຕະການລົງໂທດຣັດເຊຍທີ່ສະຫະພາບເອີຣົບສະເໜີອອກມານັ້ນບໍ່ສອດຄ່ອງກັບຜົນປະໂຫຍດຂອງຮົງກາຣີ, ອາດຈະທຳລາຍຜົນງານທີ່ຮົງກາຣີໄດ້ຮັບໃນສິບປີຜ່ານມາ, ລາຄາພະລັງງານແພງຂຶ້ນຢ່າງວ່ອງໄວຈະທຳລາຍການຄ້າກັບຕ່າງປະເທດ ແລະ ລາຍຮັບ-ລາຍຈ່າຍບັນຊີກະແສລາຍວັນຂອງຮົງກາຣີ, ແລ້ວພາໃຫ້ເກີດ “ວິກິດການເສດຖະກິດທີ່ນັບມື້ນັບໜັກໜ່ວງຕາມມາ”, ຖ້າວ່າຍົກເລີກມາດຕະການລົງໂທດເຫຼົ່ານີ້, ສະພາບການດັ່ງກ່າວຈະໄດ້ຮັບການແກ້ໄຂໃນທັນທີ.