ຍອດມູນຄ່າການລົງທຶນຂອງໂຄງການຕ່າງໆທີ່ໄດ້ເຊັນສັນຍາໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ຫຼາຍກວ່າ 400 ຕື້ຢວນ

2022-09-17 15:20:57 CRI

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 16 ກັນຍານີ້ ໂດຍໄດ້ປິ່ນອ້ອມຫົວຂໍ້ຊົມໃຊ້ໂອກາດໃໝ່ຈາກ RCEP, ຊຸກຍູ້ການສ້າງເຂດການຄ້າເສລີຈີນ-ອາຊຽນ 3.0”, ຈະຈັດກິດຈະກຳສົ່ງເສີມການລົງທຶນ 40 ເທື່ອ.

ໃນພິທີເຊັນສັນຍາທີ່ຈັດຂຶ້ນໃນມື້ດຽວກັນ, ຝ່າຍຕ່າງໆໄດ້ເຊັນສັນຍາໂຄງການການຮ່ວມມື 267 ໂຄງການ, ຍອດມູນຄ່າການລົງທຶນບັນລຸ 413 ຕື້ຢວນ, ເພີ່ມຂຶ້ນ 37% ເມື່ອທຽບໃສ່ຄັ້ງຜ່ານມາ ແລະ ໄດ້ສ້າງສະຖິຕິສູງສຸດໃນທຸກຄັ້ງຜ່ານມາ.

ໂຄງການການຮ່ວມມືທີ່ໄດ້ເຊັນສັນຍາໃນງານວາງສະແດງຄັ້ງນີ້ສ່ວນຫຼາຍແມ່ນໂຄງການສຳຄັນ, ລົງທຶນຂະໜາດໃຫຍ່ ແລະ ມີຂອບເຂດການຮ່ວມມືທີ່ກວ້າງຂວາງ, ມູນຄ່າການລົງທຶນໄດ້ບັນລຸ 1,5 ຕື້ຢວນສະເລ່ຍຕໍ່ໂຄງການ, ໂຄງການທີ່ມີການລົງທຶນຫຼາຍກວ່າ 5 ຕື້ຢວນມີ 11 ໂຄງການ.