ສານການຄ້າສາກົນໜານໜິງ ເຂດການຄ້າເສລີຈີນ-ອາຊຽນ ເປີດປ້າຍຢ່າງເປັນທາງການ

2022-09-17 16:41:49 CRI

ກອງປະຊຸມສົນທະນາການຮ່ວມມືດ້ານກົດໝາຍການຄ້າຈີນ-ອາຊຽນ ໄດ້ຈັດຂຶ້ນຢ່າງສຳເລັດໃນວັນທີ 16 ກັນຍານີ້ ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ.

ໃນກອງປະຊຸມສົນທະນາດັ່ງກ່າວ ໄດ້ມີການເປີດປ້າຍສານການຄ້າສາກົນໜານໜິງ ເຂດການຄ້າເສລີຈີນ-ອາຊຽນຢ່າງເປັນທາງການ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ລະບົບ ແລະ ລະບຽບການຕຸລາການດ້ານການຄ້າກັບພາຍນອກຂອງຈີນ ໄດ້ສົມບູນຂຶ້ນຕື່ມອີກ ແລະ ກໍເປັນຂີດໝາຍສຳຄັນຂອງການພັດທະນາຕຸລາການດ້ານການຄ້າກັບພາຍນອກຂອງຈີນ.

ຕາມຂ່າວລາຍງານວ່າ, ສານການຄ້າສາກົນໜານໜິງ ເຂດການຄ້າເສລີຈີນ-ອາຊຽນ ຈະສຸມໃສ່ສຶກສາຄົ້ນຄວ້າກົດໝາຍ, ລະບຽບການ ແລະ ນະໂຍບາຍ ທີ່ກ່ຽວພັນເຖິງປະເທດສະມາຊິກອາຊຽນ ແລRCEP, ເພື່ອອົບຮົມສ້າງບຸກຄະລາກອນວິຊາສະເພາະຄຸນນະພາບສູງໃນການໄຕ່ສວນຄະດີກ່ຽວພັນກັບຕ່າງປະເທດ ແລະ ເພີ່ມທະວີການແລກປ່ຽນແລະຮ່ວມມືດ້ານຕຸລາການລະຫວ່າງຈີນກັບປະເທດສະມາຊິກອາຊຽນ ແລະ ປະເທດອື່ນ.

ນອກນີ້, ກອງປະຊຸມສົນທະນາຄັ້ງນີ້ຍັງໄດ້ປະກາດໂທລະສັບສາຍດ່ວນສະໜັບສະໜູນດ້ວຍພາສາອັງກິດ, ພາສາລາວ ແລະ ພາສາມຽນມາ ຂອງແພຼດຟອມບໍລິການກົດໝາຍການຄ້າແລະການລົງທຶນຂ້າມຊາດ ຄະນະກຳມະການຊຸກຍູ້ການຄ້າສາກົນຈີນ ແລະ ເປີດປ້າຍສະມາຄົມໄກ່ເກ່ຍທາງການຄ້າກວາງຊີ ເປັນຕົ້ນ.