ຈີນ ແລະ ຣັດເຊຍຈະຈັດການປຶກສາຫາລືຄວາມໝັ້ນຄົງຍຸດທະສາດຮອບທີ 17 ແລະ ກອງປະຊຸມກົນໄກຮ່ວມມືດ້ານການປະຕິບັດກົດໝາຍ ແລະຄວາມໝັ້ນຄົງຄັ້ງທີ 7

2022-09-18 20:39:14 CRI


    ວັນທີ 18 ກັນຍານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຢາງເຈສື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການວຽກງານພົວພັນກັບຕ່າງປະເທດຂັ້ນສູນກາງ, ແລະທ່ານໂກ່ເສີ່ງຄຸ່ນ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ,ເລຂາທິການກອງເລຂາສູນກາງພັກ, ເລຂາທິການຄະນະກຳມະການການເມືອງ ແລະ ກົດໝາຍສູນກາງພັກ, ທ່ານປາຕຣາເຊັຟ ເລຂາທິການສະພາຄວາມໝັ້ນຄົງສະຫະພັນຣັດເຊຍຈະເດີນທາງມາປະເທດຈີນເພື່ອຈັດ ການປຶກສາຫາລືຄວາມໝັ້ນຄົງຍຸດທະສາດຮອບທີ 17 ແລະ ກອງປະຊຸມກົນໄກຮ່ວມມືດ້ານການປະຕິບັດກົດໝາຍ ແລະຄວາມໝັ້ນຄົງຄັ້ງທີ 7 ລະຫວ່າງວັນທີ 18 ຫາວັນທີ 19 ກັນຍາ 2022 ນີ້.