ການປະກັນໄພກະສິກຳຈີນໄດ້ອຳນວຍການຄ້ຳປະກັນໃຫ້ກັບການເກັບກ່ຽວ

2022-09-19 16:16:36 cri


ອີງຕາມຜົນການສຳຫຼວດສະພາບການກະສິກຳສະບັບຫຼ້າສຸດຈາກກະຊວງກະສິກຳ ແລະຊົນນະບົດຈີນສະແດງໃຫ້ເຫັນວ່າ:  ການເກັບກ່ຽວທັນຍາຫານໃນລະດູໃບໄມ້ຫຼົ່ນທົ່ວປະເທດຈີນໄດ້ສຳເລັດໄປແລ້ວຫຼາຍກວ່າ 11,3 ລ້ານເຮັກຕາ, ເຊິ່ງເທົ່າກັບໄດ້ສຳເລັດ 13,3%. ການປະກັນໄພກະສິກຳໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການອຳນວຍການຄ້ຳປະກັນໃຫ້ກັບການເກັບກ່ຽວ.

ທ່ານຈ່າງໄຂ ຊາວກະສິກອນປູກພຶດທັນຍາຫານຈຳນວນຫຼາຍຂອງແຂວງຈີລິນຈີນໄດ້ແຈ້ງໃຫ້ນັກຂ່າວຊາບວ່າ: ປີນີ້ຕົນເອງໄດ້ປູກສາລີປະມານ 70 ເຮັກຕາ, ເຖິງວ່າຖືກຜົນກະທົບຈາກໄພພິບັດທຳມະຊາດກໍຕາມ, ແຕ່ຈຳນວນຜົນການເກັບກ່ຽວບໍ່ໄດ້ຫຼຸດລົງຫຼາຍ, ເພາະວ່າໃນເວລາປະສົບໄພພິບັດ, ບໍລິສັດປະກັນໄພໄດ້ປະສານສົມທົບກັບອົງການປົກຄອງ  ແລະຊາວກະສິກອນເພື່ອສ້າງ ແລະປັບປຸງທໍ່ລະບາຍນ້ຳ, ເຮັດໃຫ້ທໍ່ລະບາຍນ້ຳໄຫຼສະດວກ, ພ້ອມນັ້ນ ຍັງໄດ້ຈັດຊື້ເຄື່ອງປ້ຳນ້ຳ, ເຄື່ອງຈັກຜະລິດໄຟຟ້າ ແລະໃຫ້ຄຳແນະນຳດ້ານການໃສ່ປຸຍຕື່ມອີກ.

ປັດຈຸບັນນີ້, ປະເພດປະກັນໄພກະສິກຳຂອງຈີນໄດ້ກວມເອົາຜະລິດຕະພັນກະສິກຳປະເພດຕົ້ນຕໍທີ່ກ່ຽວພັນເຖິງເສດຖະກິດແຫ່ງຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງຄວາມໝັ້ນຄົງດ້ານສະບຽງອາຫານ.