ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມເວທິປຶກສາຫາລືສາກົນຄວາມເຂັ້ມແຂງ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ

2022-09-20 14:45:35 cri

 

ວັນທີ 19 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທິປຶກສາຫາລືສາກົນຄວາມເຂັ້ມແຂງ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການຮັກສາຄວາມເຂັ້ມແຂງ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງແມ່ນການຮັບປະກັນອັນສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດໂລກ, ເຊິ່ງສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນບັນດາປະເທດຢູ່ໃນໂລກ. ປະເທດຈີນເດັດດ່ຽວຮັກສາລັກສະນະຜະລິດຕະພັນສາທາລະນະຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ, ຮັບປະກັນຄວາມໝັ້ນຄົງ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງຂອງປະເທດຕົນ, ເຮັດໃຫ້ການຮ່ວມມືສາກົນດ້ານຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງລົງສູ່ລວງເລິກດ້ວຍການກະທຳຕົວຈິງ, ເຮັດໃຫ້ຜົນສຳເລັດດ້ານການພັດທະນາສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດດີກວ່າເກົ່າ.

ກອງປະຊຸມເວທີປຶກສາຫາລືສາກົນຄວາມເຂັ້ມແຂງ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ  ແລະຕ່ອງໂສ້ການສະໜອງໄດ້ໄຂຂຶ້ນຢູ່ນະຄອນາງໂຈ່ວແຂວງເຈີ້ຈ່ຽງໃນມື້ດຽວກັນ.