ທ່ານຫຼີເຄີ້ສຽງສົນທະນາຜ່ານທາງໂທລະສັບກັບນາຍົກລັດຖະມົນຕີຫວຽດນາມ

2022-09-20 14:51:04 cri

    ຕອນບ່າຍວັນທີ 19 ກັນຍານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົນທະນາຜ່ານທາງໂທລະສັບກັບ ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມຕາມຄຳເຊີນ.

    ທ່ານຫຼີເຄີ້ສຽງກ່າວວ່າ: ຈີນສະແດງຄວາມຊົນເຊີຍຕໍ່ເສດຖະກິດຫວຽດນາມໄດ້ພັດທະນາຢ່າງໝັ້ນທ່ຽງ, ເຊິ່ງມີຜົນດີຕໍ່ຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງຂອງອາຊີຕາເວັນອອກ. ພວກຂ້າພະເຈົ້າຍິນດີຮ່ວມກັບຫວຽດນາມເສີມຂະຫຍາຍທ່າແຮງແບບຊ່ວຍຊູຍູ້ໜູນກັນຂອງອຸດສາຫະກຳ, ເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າ, ຮັບປະກັນໃຫ້ຜ່ານດ່ານຊາຍແດນໄດ້ຢ່າງສະດວກ, ເພີ່ມທະວີການນຳເຂົ້າຜະລິດຕະພັນກະສິກຳທີ່ມີຄຸນນະພາບດີຂອງຫວຽດນາມທີ່ຕະຫຼາດຈີນມີຄວາມຕ້ອງການ, ຍິນດີຕ້ອນຮັບນັກສຶກສາຫວຽດນາມທີ່ຮຽນຕໍ່ຢູ່ຈີນນັ້ນກັບຄືນປະເທດຈີນຕາມອັດທະຍາໄສພາຍໃຕ້ເງື່ອນໄຂທີ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19.

    ທ່ານຟາມມິງຈິງກ່າວວ່າ: ການປັບປຸງ ແລະພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນແມ່ນເລື່ອງບູລິມະສິດຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຫວຽດນາມຍິນດີຮ່ວມກັບຈີນເພີ່ມທະວີການປະສານງານດ້ານຍຸດທະສາດ, ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆ ເຊັ່ນ: ການຄ້າ ແລະການລົງທຶນ, ການຜ່ານດ່ານ, ວັດທະນະທຳ ແລະອື່ນໆລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.