ການຢ້ຽມຢາມອາຊີກາງຂອງທ່ານສີຈິ້ນຜິງເປັນການຢ້ຽມຢາມທີ່ມີຄວາມໝາຍແບບຫຼັກໝາຍທີ່ດຳເນີນໃນປະຫວັດສາດໄລຍະສຳຄັນໄລຍະໜຶ່ງ

2022-09-20 14:47:06 cri


   ວັນທີ19ກັນຍານີ້,ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ກ່ຽວກັບການຢ້ຽມຢາມອາຊີກາງຂອງທ່ານປະທານສີຈິ້ນຜິງທີ່ເຫັນໄດ້ຢ່າງປະຈັກຕາຂອງຊາວໂລກນັ້ນ,ທ່ານນາງເມົານີງກ່າວວ່າ: ການຢ້ຽມຢາມອາຊີກາງຂອງທ່ານປະທານສີຈິ້ນຜິງເທື່ອນີ້ ເປັນການຢ້ຽມຢາມທີ່ມີຄວາມໝາຍແບບຫຼັກໝາຍທີ່ດຳເນີນໄປໃນປະຫວັດສາດໄລຍະສຳຄັນໄລຍະໜຶ່ງ. ການຢ້ຽມຢາມເທື່ອນີ້ໄດ້ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮພັດທະນາຂຶ້ນສູ່ໄລຍະໃໝ່,ນຳພາໃຫ້ການພົວພັນລະຫວ່າງຈີນກັບປະເທດທີ່ກ່ຽວຂ້ອງຂຶ້ນສູ່ລະດັບໃໝ່.

  ທ່ານນາງເມົານີງໃຫ້ຮູ້ຕື່ມວ່າ: ຜ່ານການຢ້ຽມຢາມເທື່ອນີ້,ພວກເຮົາຮູ້ສຶກໄດ້ຢ່າງເຕັມທີ່ເຖິງການສະໜັບສະໜູນທີ່ແໜ້ນແຟ້ນຈາກປະຊາຄົມໂລກທີ່ມີຕໍ່ຈີນ ແລະຄວາມຄອງຄອຍທີ່ສຸດຊຶ້ງຕໍ່ການລົງເລິກການຮ່ວມມືໄມຕີຈິດກັບຈີນ.