ທະນາຄານປະຊາຊົນຈີນ ແລະທະນາຄານແຫ່ງ ສປປ ລາວເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຊຳລະດ້ວຍເງິນຢວນຈີນ

2022-09-21 17:41:12 cri

   ທະນາຄານປະຊາຊົນຈີນເປີຍໃຫ້ຮູ້ໃຫ້ວັນທີ 20 ກັນຍານີ້ວ່າ: ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຊຳລະດ້ວຍເງິນຢວນຈີນຢູ່ປະເທດລາວກັບທະນາຄານແຫ່ງ ສປປ ລາວ, ທັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຊຳລະດ້ວຍເງິນຢວນຈີນຢູ່ກາຊັກສະຖານກັບທະນາຄານແຫ່ງຊາດກາຊັກສະຖານ.

   ການເຊັນບົດບັນທຶກຄວາມເຂົ້າໃຈສອງສະບັບດັ່ງກ່າວຈະມີຜົນດີຕໍ່ວິສາຫະກິດ ແລະສະຖາບັນການເງິນລະຫວ່າງຈີນ-ລາວ, ຈີນ-ກາຊັກສະຖານດຳເນີນທຸລະກິດຂ້າມຊາດດ້ວຍເງິນຢວນຈີນ, ເຊິ່ງຈະຊຸກຍູ້ການຄ້າສອງຝ່າຍ ແລະເຮັດໃຫ້ການລົງທຶນມີຄວາມສະດວກຕື່ມອີກ.