ປະເທດຈີນແມ່ນເຄື່ອງຮັກສາຄວາມໝັ້ນທ່ຽງ ແລະແຫຼ່ງກຳເນີດແຮງຂັບເຄື່ອນໃນດ້ານການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ

2022-09-21 17:39:30 cri

 

   ວັນທີ 20 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວປະຈຳ. ມີນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍບົດລາຍງານຕ່າງໆກ່ຽວກັບຜົນສຳເລັດດ້ານການພັດນາເສຖະກິດສັງຄົມຂອງຈີນນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກຄອມມູນິນຈີນທີ່ຈັດຂຶ້ນໃນປີ 2012 ເປັນຕົ້ນມາໃນຫວ່າງມໍ່ໆມານີ້.

   ທ່ານວ່າງເວີປິ່ນກ່າວວ່າ: ບົດາຍງາດັ່ງກ່າວສະແດງໃຫ້ເຫັນວ່າ: ປີ 2021, ຍອດປະລິມານເສດຖະກິດຈີນໄດ້ກວມເອົາ 18,5% ຂອງເສດຖະກິດໂລກ, ເຊິ່ງໄດ້ເພີ່ມຂຶ້ນ 7,2% ເມື່ອທຽບກັບປີ 2012. ໃນເວລາ 10 ປີຜ່ານມານີ້, ອັດຕາປະກອບສ່ວນສະເລ່ຍຂອງຈີນທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກແມ່ນຫຼາຍກວ່າ 30 %, ເຊິ່ງເປັນອັນດັບ 1 ຂອງໂລກ. ທັງໝົດນີ້ສະແດງໃຫ້ເຫັນວ່າ: ປະເທດຈີນແມ່ນເຄື່ອງຮັກສາຄວາມໝັ້ນທ່ຽງ ແລະແຫຼ່ງກຳເນີດແຮງຂັບເຄື່ອນໃນດ້ານການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ.