ຈັດເວທີປຶກສາຫາລືການສົນທະນາຍຸດທະສາດຄັງປັນຍາຈີນ-ອາຊຽນຄັ້ງທີ 14

2022-09-21 10:37:28 CRI


   ວັນທີ 20 ກັນຍານີ້, ເວທີປຶກສາຫາລືການສົນທະນາຍຸດທະສາດຄັງປັນຍາຈີນ-ອາຊຽນຄັ້ງທີ 14 ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໂດຍຜ່ານທາງອອນລາຍ ແລະ ອອຟລາຍ. ມີຜູ່ຊ່ຽວຊານ ແລະ ນັກວິຊາການຈາກອົງການຄັງປັນຍາຈາກປະເທດສະມາຊິກອາຊຽນ ເຊັ່່ນ: ກຳປູເຈຍ, ລາວ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ,ຫວຽດນາມ ແລະ ປະເທດອື່ນໆ ພ້ອມທັງຈາກອົງການຄັງປັນຍາ, ມະຫາວິທະຍາໄລ, ໜ່ວຍງານຄົ້ນຄວ້າວິທະຍາສາດຫຼາຍແຫ່ງຂອງຈີນ, ຜູ້ຕາງໜ້າວິສາຫະກິດ, ຜູ້ຕາງໜ້າຊ່ຽວຊານສະຖາບັນວິທະຍາສາດທາງສັງຄົມທ້ອງຖິ່ນ ແລະ ຜູ້ຕາງໜ້າສື່ມວນຊົນຂອງຈີນເກືອບ 300 ຄົນໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້.

 

    ເວທີປຶກສາຫາລືການສົນທະນາຍຸດທະສາດຄັງປັນຍາຈີນ-ອາຊຽນ ເລີ່ມແຕ່ຈັດຂຶ້ນນັບແຕ່ປີ 2008 ເປັນຕົ້ນມາ, ໄດ້ຈັດຂຶ້ນ 14 ຄັ້ງຢ່າງສຳເລັດຜົນ. ເວທີປຶກສາຫາລືດັ່ງກ່າວໄດ້ກາຍເປັນເວທີສຳຄັນທີ່ອົງການຄັງປັນຍາຂອງຈີນ ແລະ ປະເທດສະມາຊິກອາຊຽນຈັດງານສົນທະນາ ແລະ ແລກປ່ຽນຄວາມຄິດເຫັນນຳກັນ, ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ, ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນວັດທະນະທຳເຊິ່ງກັນແລະກັນລະຫວ່າງຈີນ ກັບ ອາຊຽນ.