ທ່ານວາງຢີ້ບັນຍາຍຄວາມແນ່ນອນກ່ຽວກັບການພັດທະນາຕົນເອງແລະນະໂຍບາຍຂອງຈີນທີ່ມີຕໍ່ອາເມຣິກາ

2022-09-21 11:43:11 cri


   ວັນທີ19ກັນຍານີ້ຕາມເວລາທ້ອງຖິ່ນ,ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮ່ວມກັບຄະນະກຳມະການແຫ່ງຊາດກ່ຽວກັບການພົວພັນອາເມຣິກາ-ຈີນ,ຄະນະກຳມະການແຫ່ງຊາດກ່ຽວກັບການຄ້າອາເມຣິກາ-ຈີນ ແລະສະມາຊິກຜູ້ຕາງໜ້າສະພາການຄ້າອາເມຣິກາຈັດການສົນທະນາແລະແລກປ່ຽນຄວາມເຫັນກັນຢູ່ນະຄອນນິວຢອກ.

   ໂດຍແນໃສ່ຄວາມແນ່ນອນໃນອະນາຄົດແຫ່ງການພົວພັນລະຫວ່າງຈີນກັບອາເມຣິການັບມື້ນັບໜ້ອຍລົງ, ແຕ່ຄວາມບໍ່ແນ່ນອນຊ້ຳພັດມີຫຼາຍຂຶ້ນ, ທ່ານວາງຢີ້ໄດ້ບັນຍາຍຄວາມແນ່ນອນ5ຂໍ້ຂອງຈີນ.

   ທ່ານວາງຢີ້ກ່າວວ່າ:ອະນາຄົດການພັດທະນາຕົນເອງຂອງຈີນແມ່ນມີຄວາມແນ່ນອນ,ຄວາມຕັດສິນໃຈໃນການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນແມ່ນມີຄວາມແນ່ນອນ. ນະໂຍບາຍຂອງຈີນທີ່ມີຕໍ່ອາເມຣິກາແມ່ນມີຄວາມແນ່ນອນ, ຈີນມີທ່າທີອັນແນ່ນອນໃນການສືບຕໍ່ເພີ່ມທະວີການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງປະເທດ, ຈີນຍັງມີຄວາມປາດຖະໜາທີ່ແນ່ນອນໃນການດຳເນີນການປະສານງານຫຼາຍຝ່າຍກັບອາເມຣິກາ.

   ທ່ານວາງຢີ້ກ່າວຕື່ມວ່າ:ຕ້ອງປົກປັກຮັກສາພື້ນຖານການເມືອງແຫ່ງການພົວພັນລະຫວ່າງຈີນກັບອາເມຣິກາໃຫ້ດີ,ໂດຍສະເພາະແມ່ນຕ້ອງຈັດຕັ້ງປະຕິບັດຫຼັກການປະເທດຈີນດຽວຢ່າງຕິດແທດຕົວຈິງ.