ທ່ານສີຈີ້ນຜິງສົ່ງສານອວຍພອນຕໍ່ກິດຈະກຳລະນຶກວັນສັນຕິພາບສາກົນປີ 2022

2022-09-22 15:02:48 CRI



    ວັນທີ 21 ກັນຍານີ້, ກິດຈະກຳລະນັກວັນສັນຕິພາບສາກົນປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈີ້ນຜິເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນປະທານປະເທດຈີນໄດ້ສົ່ງສານອວຍພອນຕໍ່ກິດຈະກຳລະນຶກດັ່ງກ່າວ.


     ເນື້ອໃນສານອວຍພອນຂອງທ່ານສີຈີ້ນຜິງຊີ້ອອກວ່າ:ປັດຈຸບັນ, ສະຖານະການຄວາມໝັ້ນຄົງສາກົນເກີດການປ່ຽນແປງຢ່າເລິກເຊິ່ງ ແລະ ສັບສົນ, ໂລກເຂົ້າສູ່ໄລຍະປັ່ນປ່ວນ ແລະ ປ່ຽນແປງໃໝ່. ໃນໄລຍະສຳຄັນທາງປະຫວັດສາດນີ້, ຂ້າພະເຈົ້າສະເໜີຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ, ສົ່ງເສີມປະເທດຕ່າງໆຍຶດໝັ້ນທັດສະນະຄວາມຫມັ້ນຄົງແບບຮ່ວມກັນ, ສັງລວມ, ຮ່ວມມືກັນ ແລະ ຍືນຍົງ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ປະຕິບັດຕາມຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ, ເອົາໃຈໃສ່ນຳຄວາມສົນໃຈດ້ານຄວາມຫມັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆ, ຫາລືການແກ້ໄຂຂໍ້ຂັດແຍ້ງ ແລະ ການວິວາດກັນລະຫວ່າງປະເທດໂດຍຜ່ານການສົນທະນາ, ພ້ອມກັນແບກຫາບຫນ້າທີ່ຮັບຜິດຊອບດ້ານການຮັກສາສັນຕິພາບ, ພ້ອມກັນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕກຳຂອງມວນມະນຸດ.

 

     ເນື້ອໃນສານອວຍພອນຂອງທ່ານສີຈີ້ນຜິຊີ້ອອກຕື່ມວ່າ:ກິດຈະກຳລະນຶກປີນີ້ພາຍໃຕ້ຫົວຂໍ້ “ປະຕິບັດຕາມຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ,ຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ ເຊິ່ງສອດຄ່ອງກັບນ້ຳໃຈຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນຂອງກົດບັດອົງການສະຫະປະຊາຊາດ. ຫວັງວ່າກິດຈະກຳລະນຶກວັນສັນຕິພາບສາກົນປີນີ້ຈະສາມາດເຕົ້າໂຮມສະຕິປັນຍາ ແລະ ກຳລັງແຮງຂອງຝ່າຍຕ່າງໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.