ເລີ່ມແລ່ນຂະບວນລົດໄຟຮ່ວມສາກົນ“ໄທ-ລາວ-ຈຸ່ງກິ່ງ”ເທື່ອທຳອິດ

2022-09-22 14:56:30 cri


   ວັນທີ20ກັນຍານີ້, ຂະບວນລົດໄຟຮ່ວມສາກົນຕອນ“ໄທ-ລາວ-ຈຸ່ງກິ່ງ”ທີ່ເປັນຊ່ອງທາງໃໝ່ທາງບົກແລະທະເລໄດ້ເລີ່ມເປີດບໍລິການເທື່ອທຳອິດ, ຈະເພີ່ມທະວີການເຊື່ອມຈອດກັນ ແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງເຂດຕາເວັນຕົກຂອງຈີນກັບປະເທດສະມາຊິກອາຊຽນທີ່ຖືເອົານະຄອນຈຸ່ງກິ່ງແລະສິງກະໂປເປັນສອງຂອດສຳຄັນ, ຊຸກຍູ້ການຮ່ວມມືອັນເລິກເຊິ່ງໃນຕ່ອງໂສ້ການສະໜອງ,ຕ່ອງໂສ້ອຸດສາຫະກຳທາງຈໍລະຈອນສາກົນ ພ້ອມທັງ ຂົງເຂດການຄ້າລະຫວ່າງສອງຝ່າຍແລະຫຼາຍຝ່າຍ.

   ລົດໄຟຂະບວນນີ້,ແມ່ນເລີ່ມແລ່ນອອກຈາກນິຄົມມາບຕາພຸດແຂວງຣະຍອງຂອງໄທ,ແລ່ນຜ່ານສະຖານີລົດໄຟວຽງຈັນໃຕ້ຂອງລາວ ແລະດ່ານບໍ່ຫານແຂວງຢູນນານຈີນ, ຄາດວ່າຈະໃຊ້ເວລາ 8 ມື້ ຂົນສົ່ງໄປຮອດສະຖານີລົດໄຟສຽວນານຢ້າ ເມືອງຈ່ຽງຈິ່ນ ນະຄອນຈຸ່ງກິ່ງຈີນ.