ເລີ່ມດຳເນີນໂຄງການສ້າງເຂດຕົວແບບນຳໜ້າການບໍລິການດ້ານການແພດແລະສາທາລະນະສຸກຂອງເຂດຂ້າມຊາຍແດນລະຫວ່າງຈີນ-ລາວຢູ່ເມືອງເມືອງຫຼ້າຂອງແຂວງຢຸນນານຈີນ

2022-09-24 15:59:30 cri

      ວັນທີ 23 ກັນຍານີ້, ໂຄງການສ້າງເຂດຕົວແບບນຳໜ້າການບໍລິການດ້ານການແພດແລະສາທາລະນະສຸກຂອງເຂດຂ້າມຊາຍແດນລະຫວ່າງຈີນ-ລາວ(ໄລຍະທີໜຶ່ງ)ພາຍໃຕ້ໂຄງການສ້າງກຸ່ມຮ່ວມມືການບໍລິການດ້ານການແພດແລະສາທາລະນະສຸກຈີນ-ລາວ 10+1 ລະຫວ່າງຈີນ-ອາຊຽນສົກ 2021-2022 ໄດ້ເລີ່ມດຳເນີນຢູ່ເມືອງເມືອງຫຼ້າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ.

      ໃນພິທີ, ຜູ້ນຳແລະແຂກຜູ້ມີກຽດຂອງບັນດາຝ່າຍທີ່ກ່ຽວຂ້ອງຂອງສອງປະເທດຈີນ-ລາວເຊັ່ນ: ພາກສ່ວນບໍລິຫານງານສາທາລະນະສຸກ,ສະຖານກົງສູນ,ຫົວໜ່ວຍການແພດແລະສາທາລະນະສຸກແລະອື່ນໆໄດ້ກ່າວຄຳປາໄສຜ່ານທາງອອນລາຍແລະອັອຟລາຍ, ໂຮງໝໍປະຊາຊົນເມືອງເມືອງຫຼ້າທີ່ເປັນຜູ້ນຳໜ້າປະຕິບັດໂຄງການໄດ້ຮ່ວມມືກັບໂຮງໝໍແຂວງຫຼວງນ້ຳທາແລະແຂວງຜົ້ງສາລີຂອງລາວຮ່ວມກັນສ້າງແລະມອບປ້າຍ “ສູນສຸຂະພາບ” ເພື່ອການແພດແລະສາທາລະນະສຸກຂັ້ນຮາກຖານ, ພ້ອມດຽວກັນນັ້ນ, ຍັງໄດ້ເປີດຊຸດຝຶກອົບຮົມຍົກລະດັບຄວາມສາມາດໃຫ້ບຸກຄະລາກອນດ້ານການແພດແລະສາທາລະນະສຸກຂັ້ນຮາກຖານລາວປີ 2022 ຢູ່ບໍ່ເຕັນຂອງລາວ.

      ທ່ານ ຈ່ຽງຊູ້ ຮອງຫົວໜ້າຄະນະກຳມະການສຸຂະພາບແລະສາທາລະນະສຸກແຂວງຢຸນນານກ່າວໃນພິທີດັ່ງກ່າວວ່າ: ປີ 2019, ຜູ້ນຳສອງປະເທດຈີນແລະລາວໄດ້ຮ່ວມກັນເຊັນ “ແຜນການດຳເນີນງານກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ”, ການປະຕິບັດໂຄງການສ້າງເຂດຕົວແບບນຳໜ້າການບໍລິການດ້ານການແພດແລະສາທາລະນະສຸກຂອງເຂດຂ້າມຊາຍແດນລະຫວ່າງຈີນ-ລາວແມ່ນເນື້ອໃນຕົ້ນຕໍໃນການລົງເລິກການຮ່ວມມືດ້ານການແພດແລະສາທາລະນະສຸກຂອງສອງປະເທດ. ຄຽງຄູ່ກັບການດຳເນີນງານກ່ຽວກັບການສ້າງໂຄງການດັ່ງກ່າວ, ຈີນແລະລາວຈະເພີ່ມທະວີການພົວພັນການຮ່ວມມືຢ່າງມີຄວາມໄວ້ເນື້ອເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ,ສ້າງກົນໄກຮ່ວມມືຮອບດ້ານທີ່ມີພາກສ່ວນບໍລິຫານງານດ້ານສາທາລະນະສຸກຂອງລັດຖະບານເປັນຜູ້ນຳພາ, ມີຊັບພະຍາກອນດ້ານການແພດແລະສາທາລະນະສຸກເຂົ້າຮ່ວມຢ່າງຮອບດ້ານ,ປະຊາຊົນໄດ້ຮັບຜົນປະໂຫຍດໂດຍທົ່ວໄປ, ເພື່ອເຜີຍແຜ່ຮູບແບບການບໍລິການດ້ານສາທາລະນະສຸກສັງລວມແລະຊຸກຍູ້ສຸຂະພາບທົ່ວປວງຊົນ 100%.

        ທ່ານນາງ ມະນີລາ ສົມບັນດິດ ກົງສຸນໃຫຍ່ສະຖານກົງສຸນລາວປະຈຳຄຸນໝິງກ່າວວ່າ: ການສ້າງໂຄງການດັ່ງກ່າວແມ່ນຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການລົງເລິກການແລກປ່ຽນແລະຮ່ວມມືໃນຂົງເຂດສຸຂະພາບແລະສາທາລະນະສຸກລະຫວ່າງຈີນ-ລາວຕາມ “ແຜນດຳເນີນງານກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ”, ເປັນການຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວດ້ວຍການກະທຳຕົວຈິງ,ສະແດງໃຫ້ເຫັນເຖິງການແບກຫາບໜ້າທີ່ຮັບຜິດຊອບຂອງຜູ້ເຮັດວຽກດ້ານສຸຂະພາບແລະສາທາລະນະສຸກໂດຍຜ່ານການຮ່ວມມືທີ່ແທ້ຈິງ,ລາວຈະອອກແຮງສຸດຂີດຊຸກຍູ້ການສ້າງໂຄງການດັ່ງກ່າວ.

        ການຝຶກອົບຮົມກ່ຽວກັບການຍົກລະດັບຄວາມສາມາດໃຫ້ບຸກຄະລາກອນດ້ານສາທາລະນະສຸກຂັ້ນຮາກຖານລາວປີ 2022 ຈະດຳເນີນເປັນເວລາ 3 ວັນ, ຜ່ານການເພີ່ມທະວີການອົບຮົມບຸກຄະລາກອນ,ສ້າງຖັນແຖວ “ພະນັກງານສຸຂະພາບ”ການບໍລິການດ້ານການແພດແລະສາທາລະນະສຸກຂັ້ນຮາກຖານທີ່ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນຢູ່ເຂດຊາຍແດນລະຫວ່າງຈີນ-ລາວ.