ເງິນຢວນຈີນໄດ້ກາຍເປັນສະກຸນເງິນຕາທີ່ໃຊ້ຈ່າຍຫຼາຍອັນດັບທີ 4 ຂອງທົ່ວໂລກ

2022-09-26 15:41:22 CRI

“ບົດລາຍງານການຫັນເງິນຢວນຈີນເປັນເງິນຕາສາກົນປີ 2022” ທີ່ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນເປີດເຜີຍໃນຫວ່າງມໍ່ໆມານີ້ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ປີ 2021 ເປັນຕົ້ນມາ, ຍອດປະລິມານໃຊ້ຈ່າຍຂ້າມຊາຍແດນຂອງເງິນຢວນຈີນໄດ້ຮັກສາທ່ວງທ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ບົນພື້ນຖານຕົວເລກພື້ນຖານສູງໃນປີ 2020. ປີ 2021, ຍອດປະລິມານໃຊ້ຈ່າຍເງິນຢວນຈີນຂ້າມຊາຍແດນທີ່ທະນາຄານໃຊ້ຈ່າຍແທນລູກຄ້າແມ່ນ 36.600 ຕື້ຢວນ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2020 ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ລາຍຮັບ-ລາຍຈ່າຍຂ້າມຊາຍແດນຂອງເງິນຢວນຈີນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ, ນັບລວມແລ້ວ, ໄດ້ໄຫຼເຂົ້າ 404,47 ຕື້ຢວນໃນໝົດປີ. ຕົວເລກຂໍ້ມູນຂອງສະມາຄົມໂທລະຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ສະແດງໃຫ້ເຫັນວ່າ, ສ່ວນແບ່ງການໃຊ້ຈ່າຍສາກົນຂອງເງິນຢວນຈີນໄດ້ເພີ່ມຂຶ້ນເປັນ 2,7% ໃນເດືອນທັນວາປີຜ່ານມາ, ໄດ້ລື່ນກາຍເງິນເຢັນຍີ່ປຸ່ນແລ້ວກາຍເປັນສະກຸນເງິນຕາທີ່ໃຊ້ຈ່າຍຫຼາຍອັນດັບ 4 ຂອງທົ່ວໂລກ ແລະ ມາຮອດເດືອນມັງກອນປີນີ້ໄດ້ເພີ່ມຂຶ້ນເປັນ 3,2%, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.