ທ່ານຫວາງຢີ້ປະກາດວ່າ ຈີນໄດ້ເລີ່ມຂັ້ນຕອນກົດໝາຍພາຍໃນປະເທດກ່ຽວກັບ “ອະນຸສັນຍາວ່າດ້ວຍອາວຸດປືນ”

2022-09-26 11:14:27 CRI

ວັນທີ 24 ກັນຍາ 2022 ນີ້, ໃນເວລາທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວຄຳປາໄສໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77, ທ່ານໄດ້ປະກາດວ່າ, ຈີນໄດ້ເລີ່ມຂັ້ນຕອນກົດໝາຍພາຍໃນປະເທດກ່ຽວກັບ “ອະນຸສັນຍາວ່າດ້ວຍອາວຸດປືນ” ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນໃນການສະໜັບສະໜູນລັດທິຫຼາຍຝ່າຍ ແລະ ປະຕິບັດແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

“ອະນຸສັນຍາວ່າດ້ວຍອາວຸດປືນ” ໄດ້ເລີ່ມການເຈລະຈາພາຍໃຕ້ຂອບອົງການສະຫະປະຊາຊາດມາແຕ່ປີ 1998, ໄດ້ຜ່ານການຮັບຮອງຈາກສະມັດຊາໃຫຍ່ອົງການສະຫະປະຊາຊາດໃນເດືອນພຶດສະພາປີ 2001 ແລະ ມີຜົນບັງຄັບໃຊ້ໃນເດືອນກໍລະກົດປີ 2005, ປັດຈຸບັນ, ມີປະເທດພາຄີ 122 ປະເທດ. ຈຸດປະສົງຕົ້ນຕໍຂອງອະນຸສັນຍາສະບັບນີ້ແມ່ນວາງລະບຽບການສາກົນໃນການຜະລິດ, ການນຳເຂົ້າ-ສົ່ງອອກ ແລະ ການຄຸ້ມຄອງອາວຸດປືນ ເພື່ອຊຸກຍູ້ ແລະ ເພີ່ມທະວີການຮ່ວມມືສາກົນໃນການໂຈມຕີການກໍ່ອາຊະຍາກຳທີ່ມີການຈັດຕັ້ງລັກສະນະຂ້າມຊາດ.