ທ່ານສີຈິ້ນຜິງກ່າວວ່າ: ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນບົນເສັ້ນທາງທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງ

2022-09-27 16:53:07 CRI


ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຂຽນຄຳນຳທີ່ມີຫົວຂໍ້ວ່າ “ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນບົນເສັ້ນທາງທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງ”ໃຫ້ແກ່ປື້ມ “ຮິບໂຮມບົດຄວາມວ່າດ້ວຍການຟື້ນຟູຄວາມຈະເລີນຮຸ່ງເຮືອງ” ທີ່ໃກ້ຈະພິມຈຳໜ່າຍ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ເນື່ອງໃນໂອກາດທີ່ພັກກອມມູນິດຈີນນຳພາປະຊາຊົນກ້າວເຂົ້າສູ່ຂະບວນການໃໝ່ທີ່ສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ການພິມຈຳໜ່າຍປື້ມສະບັບໜຶ່ງ, ມີຄວາມໝາຍສຳຄັນຕໍ່ການຮັກສາຄວາມໝັ້ນໃຈດ້ານປະຫວັດສາດຢ່າງໜັກແໜ້ນ, ກຳແໜ້ນທ່ວງທ່າລວມຂອງຍຸກສະໄໝ, ກ້າວເດີນໄປຕາມເສັ້ນທາງຂອງຈີນໃຫ້ດີ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍການຫັນເປັນທັນສະໄໝແບບຈີນ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນຂະບວນການປະຫວັດສາດທີ່ບັນລຸຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່, ບຸກຄົນກ້າວໜ້າ ແລະ ລູກຫຼານຜູ້ດີເດັ່ນຂອງປະຊາຊາດຈີນຫຼາຍເຊັ່ນຄົນໄດ້ຄົ້ນຄວ້າ ສູ້ຊົນ ເສຍສະຫຼະ ແລະ ປະດິດສ້າງໃໝ່, ເຊິ່ງໄດ້ຈົ່ງເອກະສານອັນລ້ຳຄ່າທີ່ມີຄຸນຄ່າທາງປະຫວັດສາດ ແລະ ຄວາມໝາຍຂອງຍຸກສະໄໝອັນສຳຄັນຢ່າງຫຼວງຫຼາຍ. ການຮຽບຮຽງ ແລະ ພິມຈຳໜ່າຍຊຸດປື້ມເອກະສານປະຫັວດສາດຂະໜາດໃຫຍ່ “ຮິບໂຮມບົດຄວາມວ່າດ້ວຍການຟື້ນຟູຄວາມຈະເລີນຮຸ່ງເຮືອງ”, ກໍແມ່ນຜ່ານການຮຽບຮຽງເອກະສານ ກ່ຽວກັບແນວຄິດ ສຳຄັນນັບແຕ່ປີ 1840 ເປັນຕົ້ນມາ, ບັນທຶກການບຸກເບີກຂອງຄົນຮຸ່ນກ່ອນ ແລະ ບັນດານແນວຄິດໃຫ້ແກ່ການສູ້ຊົນຂອງຄົນຮຸ່ນຫຼັງ. ປັດຈຸບັນນີ້, ການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີພວມມີການວິວັດທະນາການໄວຂຶ້ນ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນພວມເຂົ້າສູ່ໄລຍະທີ່ສຳຄັນ, ພວກເຮົາຍິ່ງຕ້ອງການຖືປະຫວັດສາດເປັນແວ່ນແຍງ ຮັບຮູ້ອະດີດ. ຢູ່ບົນພື້ນຖານທີ່ຮ່ຳຮຽນປະຫວັດສາດຂອງພັກໃຫ້ດີ, ພ້ອມທັງຮ່ຳຮຽນປະຫວັດສາດນັບແຕ່ປີ 1840 ເປັນຕົ້ນມາຂອງຈີນ ກໍຄືປະຫວັດສາດຂອງຈີນໃຫ້ດີ, ຮັບຮູ້ຢ່າງຈະແຈ້ງວ່າ ພວກເຮົາມາແຕ່ໃສ່ ຈະໄປສູ່ບ່ອນໃດ, ຮັບຮູ້ຢ່າງຈະແຈ້ງວ່າ ຊາວພັກກອມມູນິດຈີນແມ່ນເຮັດວຽກຫຍັງ, ໄດ້ເຮັດສຳເລັດໜ້າທີ່ຫຍັງແດ່, ແລະຍັງຈະປະຕິບັດໜ້າທີ່ຫຍັງຕື່ມອີກ, ຕ້ອງຮັບຮູ້ວ່າ ໃນເມື່ອກ່ອນຍ້ອນຫຍັງພວກເຮົາຈຶ່ງສາມາດຍາດໄດ້ຜົນສຳເລັດ, ໃນອະນາຄົດ ເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດຕໍ່ໄປ.

 

ປື້ມ “ຮິບໂຮມບົດຄວາມວ່າດ້ວຍການຟື້ນຟູຄວາມຈະເລີນຮຸ່ງເຮືອງ” ໂດຍຖືການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນເປັນຫົວຂໍ້ຫຼັກ, ຖືປະຫວັດແຫ່ງແນວຄິດເປັນຮ່ອງຮອຍພື້ນຖານ, ຄັດເລືອກເອກະສານສຳຄັນກ່ຽວກັບ ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນນັບແຕ່ສົງຄາມຢາຝິ່ນເມື່ອປີ 1840 ເປັນຕົ້ນມາ, ເຊິ່ງໄດ້ບັນທຶກຮ່ອງຮອຍປະຫວັດສາດທີ່ລູກຫຼານປະຊາຊາດຈີນຜູ້ດີເດັ່ນ ທີ່ມີຊາວພັກກອມມູນິດຈີນເປັນຕົວແທນ ບຸກເບີກຢ່າງບໍ່ລົດລະເພື່ອບັນລຸຄວາມຮັ່ງມີເຂັ້ມແຂງຂອງຊາດ ຄວາມຈະເລີນຂອງຊົນຊາດ ແລະ ຄວາມສຸກຂອງປະຊາຊົນ, ໄດ້ລວມສູນສະແດງໃຫ້ເຫັນເຖິງໝາກຜົນດ້ານແນວຄິດທີ່ມີຜົນສະທ້ອນຕໍ່ຂະບວນການພັດທະນາຂອງຈີນ, ນຳພາການກ້າວໜ້າຂອງຍຸກສະໄໝ, ແລະການຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ໄດ້ເປີດເຜີຍສາຍສຳພັນທາງປະຫັວດສາດ ແຫຼ່ງທີ່ມາດ້ານແນວຄິດ ແລະ ເຊື້ອສາຍດ້ານວັດທະນະທຳທີ່ປະຊາຊາດຈີນກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່.