ການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77 ໄດ້ອັດລົງ

2022-09-27 15:11:02 CRI

ການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 77 ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກຂອງອາເມຣິກາໄດ້ອັດລົງໃນວັນທີ 26 ກັນຍານີ້.

ທ່ານຊາບາ ໂກໂຣຊີ ປະທານກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77 ໄດ້ກ່າວຄຳປາໄສໃນພິທີປິດກອງປະຊຸມວ່າ: ການອະພິປາຍຄັ້ງນີ້ລວມມີຜູ້ແທນຈາກ 190 ປະເທດສະມາຊິກ ເຊິ່ງລວມທັງປະມຸກລັດ ແລະ ຫົວໜ້າລັດຖະບານ 126 ທ່ານໄດ້ປະກອບຄຳເຫັນ, ຕົວເລກນີ້ສະແດງໃຫ້ເຫັນວ່າ, ການອະພິປາຍທົ່ວໄປມີຄວາມສຳຄັນຫຼາຍໃນວຽກງານສາກົນ.

ທ່ານກ່າວຕື່ມວ່າ, ການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ຄັ້ງນີ້ໄດ້ສົ່ງຂໍ້ມູນໃນ 5 ດ້ານ ຄື: 1, ສັງຄົມມະນຸດໄດ້ກ້າວເຂົ້າສູ່ຍຸກໃໝ່, ໄດ້ໝູນວຽນມາເຖິງໄລຍະທີ່ “ຮູບແບບໃໝ່ປ່ຽນແທນຮູບແບບເກົ່າ” ແລ້ວ; ສອງ, ການປະທະກັນລະຫວ່າງຣັດເຊຍແລະອູແກຣນຕ້ອງຍຸດຕິລົງ; 3, ການປ່ຽນແປງຂອງດິນຟ້າອາກາດພວມທຳລາຍມວນມະນຸດເທື່ອລະກ້າວ; 4, ສະພາບການສິດທິມະນຸດຄວນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ 5, ຄວນເນັ້ນບົດບາດຂອງອົງການສະຫະປະຊາຊາດຄືນໃໝ່.

ການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77 ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການ ສປຊ ໃນວັນທີ 20 ກັນຍານີ້ ເຊິ່ງແມ່ນກອງປະຊຸມດັ່ງກ່າວຈັດຂຶ້ນຜ່ານທາງອັອຟລາຍເປັນຄັ້ງທຳອິດ ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.