ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ: ໄລຍະປັດຈຸບັນນີ້ເປັນໄລຍະທີ່ມີບັນຍາກາດທີ່ດີທີ່ສຸດສຳລັບການພົວພັນລະຫວ່າງລາວ-ຈີນ

2022-09-27 10:29:46 cri


ໃນມໍ່ໆນີ້, ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນໄດ້ຮັບສຳພາດຈາກນັກຂ່າວ CMG ຢູ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍທ່ານໄດ້ຕີລາຄາວ່າ: ໄລຍະປັດຈຸບັນນີ້ ເປັນໄລຍະທີ່ມີບັນຍາກາດທີ່ດີທີ່ສຸດສຳລັບການພົວພັນລະຫວ່າງລາວ-ຈີນ.

ທ່ານນາງຄຳເພົາ ເອີນທະວັນ ກ່າວຕື່ມວ່າ: ປະເທດລາວແລະປະເທດຈີນແມ່ນສອງປະເທດທີ່ມີສາຍພູແລະສາຍນ້ຳຕິດຈອດກັນ, ສອງປະເທດມີມູນເຊື້ອໃນການໄປມາຫາສູ່ກັນ ແລະມີການຊ່ວຍເຫຼືອເຊິ່ງກັນແລະກັນ, ໄດ້ສ້າງສາຍພົວພັນທາງການທູດນຳກັນແຕ່ວັນທີ 25 ເດືອນເມສາປີ 1961. ໃນ 61 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງຝ່າຍນັບມື້ນັບແໜ້ນແຟ້ນ, ຮອບດ້ານຕາມທິດທາງທີ່ເປັນເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ມິດສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ປີ 2019, ການນຳສູງສຸດສອງປະເທດໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນນຳກັນ ເຊິ່ງເປັນເຫດການສຳຄັນທີ່ສຸດໃນປະຫວັດສາດການພົວພັນລະຫວ່າງສອງປະເທດ ທັງສະແດງໃຫ້ເຫັນວ່າ: ໄລຍະປັດຈຸບັນນີ້ເປັນໄລຍະທີ່ມີບັນຍາກາດທີ່ດີທີ່ສຸດສຳລັບການພົວພັນລະຫວ່າງສອງຝ່າຍ. ດັ່ງນັ້ນ, ສອງປະເທດລາວຈີນໄດ້ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນມາໂດຍຕະຫຼອດ ເຊັ່ນ: ຄະນະການນຳຂັ້ນສູງຂອງສອງປະເທດໄດ້ຮັກສາການແລກປ່ຽນ ແລະການໄປມາຫາສູ່ກັນຢ່າງໃກ້ຊິດ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງຝ່າຍມີບັນຍາກາດທີ່ຟົດຟື້ນ ເປັນຕົ້ນໂຄງການລົດໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການເສດຖະກິດພິເສດແລະອື່ນໆ, ຕົວເລກການຄ້າກໍມີການເພີ່ມຂຶ້ນເລື້ອຍໆ, ສະເພາະໃນທ້າຍປີ 2021, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 4,3 ຕື້ໂດລາສະຫະລັດ, ໃນຕົ້ນປີ 2022 ໄດ້ເພີ່ມຂຶ້ນ 3,4 ຕື້ໂດລາສະຫະລັດ. ນອກຈາກນີ້, ສອງຝ່າຍກໍມີການຮ່ວມມືເປັນຢ່າງດີໃນດ້ານການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ເປັນຕົ້ນການປ້ອງກັນຄວາມສະຫງົບຢູ່ຊາຍແດນ, ການປາບປາມຢາເສບຕິດ ແລະອື່ນໆ. ໃນດ້ານສາທາລະນະສຸກ, ໂດຍສະເພາະໃນໄລຍະການລະບາດພະຍາດໂຄວິດ-19, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດລາວແຕ່ຫົວທີຢ່າງທັນການ, ໄດ້ຊ່ວຍເຫຼືອວັດຖຸອຸປະກອນ, ທີມງານແພດ, ວັກຊີນ ແລະອື່ນໆ, ໄດ້ແບ່ງປັນປະສົບການເພື່ອຊ່ວຍເຫຼືອປະເທດລາວປ້ອງກັນພະຍາດຢ່າງມີປະສິດທິຜົນ. ທຸກສິ່ງທຸກຢ່າງດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ເຫັນວ່າ: ການພົວພັນລະຫວ່າງລາວ-ຈີນມີຄວາມໜັກແໜ້ນແລະຮອບດ້ານ.