ດັ່ງທີ່ທ່ານໄດ້ຮູ້ແລ້ວນັ້ນວ່າ:ປະເທດຈີນໄດ້ລ້ຽງດູປະຊາກອນເກືອບ 1 ສ່ວນ 5 ຂອງໂລກດ້ວຍດິນປູກຝັງກວມ 9% ແລະຊັບພະຍາກອນນ້ຳຈືດກວມ 6% ຂອງ ໂລກ.ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ:ຢາກກຳຖ້ວຍເຂົ້າໃນມືໃຫ້ແໜ້ນໆກໍ່ຕ້ອງອະນຸລັກດິນປູກຝັງໃຫ້ດີ.ດິນປູກຝັງ ແມ່ນເສັ້ນຊີວິດຂອງການຜະລິດສະບຽງອາຫານ, ແມ່ນພື້ນຖານແຫ່ງການ ພັດທະ ນາແບບຍືນຍົງຂອງປະຊາຊາດຈີນ.
ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວເນັ້ນໜັກວ່າ: ດິນປູກຝັງແມ່ນຊັບພະຍາກອນທີ່ລ້ຳຄ່າທີ່ສຸດຂອງປະເທດຈີນ. ສະພາບແຫ່ງຊາດພື້ນຖານຂອງຈີນທີ່ມີຄົນຫຼາຍແຕ່ມີດິນໜ້ອຍ, ໄດ້ຕັດສິນແລ້ວວ່າ, ຈີນຕ້ອງອະນຸລັກດິນປູກຝັງທີ່ຕິດພັນກັບເລື່ອງອາຫານການ ກິນຂອງປະຊາກອນ 1 ຕື້ຫຼາຍ ຮ້ອຍລ້ານກວ່າຄົນນັ້ນໃຫ້ດີ, ຈະປະໝາດບໍ່ໄດ້ຢ່າງເດັດຂາດ.
ວັນທີ 4 ມັງກອນປີ 2022, ໃນເອກະສານ “ຄວາມເຫັນຂອງສູນກາງພັກຄອມມູນິດຈີນແລະຄະນະລັດຖະບານຈີນກ່ຽວກັບ ການເຮັດວຽກງານຈຸດສຸມວ່າດ້ວຍການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານນັ້ນໃຫ້ດີ” ໂດຍໄດ້ສະເໜີອອກວ່່າ:ຈັດຕັ້ງປະຕິບັດມາດຕະ ການທີ່ເຂັ້ມງວດແລະເດັດຂາດແບບແຕະຕ້ອງບໍ່ໄດ້ກ່ຽວກັບການອະນຸລັກດິນປູກຝັງ, ປະຕິບັດກົນໄກທີ່ີອົງການພັກ ແລະ ອົງການປົກຄອງມີຄວາມ ຮັບຜິດຊອບອັນດຽວກັນໃນດ້ານການອະນຸລັກດິນປູກຝັງ, ເຝົ້າຮັກສາ ເສັ້ນແດງທີ່ມີດິນປູກຝັງ 1,8 ຕື້ມູ່ (ເທົ່າກັບ 120 ລ້ານເຮັກຕາ).
ປັດຈຸບັນ,ປະເທດຈີນໄດ້ສ້າງເປັນລະບົບກົດໝາຍວ່າດ້ວຍການອະນຸລັກ ດິນປູກຝັງໂດຍພື້ນຖານທີ່ຖືເອົາກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນພ້ອມດ້ວຍ ກົດລະບຽບປະຕິບັດກົດລະບຽບການຟື້ນຟູທີ່ດິນກົດລະບຽບການອະນຸລັກນາກະ ສິກຳພື້ນຖານແລະອື່ນໆເປັນແກນກາງ;ລະບົບກົດໝາຍແພ່ງແລະກົດໝາຍອາຍາໄດ້ກຳນົດຢ່າງຈະແຈ້ງຕໍ່ການອະນຸລັກດິນປູກຝັງ;ກົດໝາຍວ່າດ້ວຍສະບຽງ ອາຫານທີ່ເລັ່ງລັດສ້າງຢູ່ນັ້ນກໍ່ໄດ້ເນັ້ນໜັກການອະນຸລັກດິນປູກຝັງເຊັ່ນດຽວກັນ.
ມາຮອດທ້າຍປີ 2022,ປະເທດຈີນໄດ້ປະສົບຜົນສຳເລັດ ໃນການສ້າງນາກະສິກຳທີ່ມີມາດຕະ ຖານສູງລວມ 1 ຕື້ມູ່(ເທົ່າກັບປະມານ66,6ລ້ານກວ່າເຮັກຕາ), ແລະສາມາດຜະລິດສະບຽງອາຫານ 500 ລ້ານໂຕນຕໍ່ປີໄດ້ຢ່າງໝັ້ນທ່ຽງ.